vendredi 18 décembre 2015

40 ປີ ຂອງການປົກຄອງລາວ ແບບຜະເດັດການ ຄອມມຸນິດ

ຖແລງການ ຂອງ "ຂະບວນການເພື່ອຊາດລາວ"
ເນື່ອງໃນວັນ ຄົບຮອບ 40 ປີ ຂອງການປົກຄອງລາວ ແບບຜະເດັດການ ຄອມມຸນິດ


40 ans Dictature
     ໄດ້ 40 ປີແລ້ວ ທີ່ປະເທດຊາດອັນແສນຮັກແລະຫວງແຫນຂອງລາວເຮົາ ໄດ້ປົກຄອງໂດຍລະ ບອບຜະເດັດ ການ ມາກ-ເລນິນ ຊຶ່ງແມ່ນ "ພັກຄອມມຸນິດວຽດນາມ" ເປັນຜູ້ຍຶດອຳນາດໃຫ້ ພັກປະຊາ ຊົນປະຕິວັດລາວເມື່ອວັນທີ 02 ທັນວາ (12) 1975 , ຊຶ່ງປະຊາຊົນລາວທັງຊາດຖືວ່າເປັນ ວັນມະຫາອຸບາດ, ນັບວ່າເປັນ ວັນ ທີ່ທໍຮະມານຈິດໃຈ ອັນແສນສາຫັດ ທີ່ບໍ່ເຄີຍມີມາ ໃນປະວັດສາດລາວ  :
- ເປັນວັນແຫ່ການເປັນຂ້າທາດຮັບໃຊ້ແກວຄອມມຸນິດ, ການຂົມຂື່ນ ຊຶ່ງປະຊາຊົນລາວ ໄດ້ກາຍເປັນຄົນຫູຫນວກ ຕາ ບອດ, ປາກກືກ ກໍຄື ປາກບໍ່ໄດ້ ໄອບໍ່ ດັງ ບໍ່ມີ ອິສຣະພາບ ແລະ ບໍ່ມີຄວາມຫວັງ ອັນແຈ່ມໃສໃນອະນາຄົດ,
- ແຫ່ງການສໍ້ຣາດບັງຫລວງ , ບໍ່ມີຄວາມຍຸຕິທັມໃນສັງຄົມ, ເຮັດນາໃສ່ຫລັງປະຊາຊົນ ຂອງພວກຜູ້ ນຳຜະເດັດການ  ທີ່ປົກຄອງ ປະເທດໂດຍ ພັກໂທນ ແລະ ບໍຣິຫານລາວ ຕາມອຳເພີໃຈ,
- ແຫ່ງການປຸ້ນຈີ້ເສຖກິດ , ຂາຍຊັພຍາກອນທັມຊາດຊຶ່ງເປັນມໍຣະດົກຂອງປະຊາຊົນລາວ ,ຂາຍແຜ່ນດິນ, ເຮັດ ໃຫ້ ປະເທດຊາດ ລ້າຫລັງ ດ້ຽ ພັທນາ ແລະ ຕົກເປັນຂ້າທາດ ຮັບໃຊ້້ຕ່າງດ້າວ​ໂດຍ​ສະ​ເພາະ​ປະ​ເທດ​ເພື່ອນ​ບ້ານ.

       ອັນນີ້ແມ່ນຜົນງານ ຄົບຮອບ 40 ປີຂອງພັກປະຊາຊົນປະຕິວັດລາວ ຊຶ່ງເປັນສາຂາຂອງ ພັກຄອມມຸນິດ ວຽດ ນາມ ທີ່ໄດ້ນຳ ເອົາກຳລັງ ທະຫານແກວແດງ ມາບັງຄັບຍຶດເອົາອຳນາດ , ໄດ້ 40 ປີແລ້ວ ທີ່ປະເທດຊາດ ອັນແສນ ຮັກຂອງພວກເຮົາໄດ້ປົກ ຄອງໂດຍຣະບອບຜະ ເດັດ ການ ຄອມມຸນິດ, ເຮັດໃຫ້ປະຊາ ຊົນຕົກ ທຸກ ໄດ້ ຍາກ, ຂາດ ສິດ ເສຣີພາບ , ປະເທດ ຊາດຫລ້າຫລັງດ້ອຍພັທນາ.     

 
HO avale Indoch       ບັດນີ້,ສະຖານະການຂອງໂລກໄດ້ມີການຫັນປ່ຽນທິດທາງການປົກຄອງໄປທາງເສຣີປະຊາທິ ປະໄຕແລ້ວ,ແຕ່ ວ່າປະເທດລາວ ເຮົາຍັງປົກ ຄອງ ໂດຍຣະບອບຜະເດັດການມາກສ໌-ເລນິນຕ່າງດ້າວ ຢູ່,ຈຶ່ງພາໃຫ້ປະຊາຊົນຍິ່ງ ທຸກ ຍາກແສນສາຫັດ ,ຂາດສິດ​ເສຣິພາບແລະ ສິດທິ ຕາ່ງໆ, ມີແຕ່ ຄວາມຢາ້ນກົວອຳນາດການປົກຄອງ, ຢ້ານ ການ ຈັບກຸມຄຸມຂັງໂດຍອຳເພີໃຈ ແລະ ການນາບຂູ່ ນາໆ ປະ ການໃນທາງຕົງແລະ ທາງອ້ອມ, ພັກ-ຣັດ ໄດ້ມອບ ຊັບ ສົມ ບັດ ດິນດອນຕ່ອນຫຍ້າໃຫ້ ຕ່າງດ້າວສຳປະທານ,ໂດຍສະເພາະ ປະເທດເພື່ອນບ້ານ, ກຳນົດ 50 ຫາ 99 ປີ, ເພື່ອ ຕັດເອົາໄມ້ ອັນ​ລ້ຳຄ່າອອກຂາຍ, ຂຸດຄົ້ນບໍ່ແຮ່ , ບໍ່ຄຳ, ບໍ່ກົ່ວ, ບໍ່ບົດສິສ , ສ້າງເຂ່ືອນ..., ໂດຍບໍ່ຄຳນຶງເຖິງ ບ່ອນ ທຳ ມາຫາກິນ ແລະ ຄວາມທຸກຍາກ ດ້ອຍພັທນາຂອງປະຊາຊົນ.

       ຕໍ່ຫນ້າສະພາບການດັ່ງກາ່ວນີ້ ຂະບວນການເພື່ອຊາດລາວ ທີ່ຕໍ່ສູ້ ຣະບອບຜະເດັດການທຸກ​ຮູບແບບ, ຈຶ່ງຂໍ ຮຽກ ຮ້ອງຢ່າງເດັດດ່ຽວ ໃຫ້ມີການ ປະຕິຮູບຫັນປຽ່ນທິດທາງການເມືອງ ໃນລາວໂດຍ ດວ່ນ ຄື ຫັນ ປຽ່ນໄປສູ່ທາງ ເອກຣາດຂອງຊາດ, ບໍ່ຢູ່ໃຕ້ອຳນາດ ຕ່າງດ້າວ, ໃຫ້ລາວມີ ເສຣີ ປະຊາ ທິ ປະໄຕ ແລະ ມີຄວາມສາມັກຄີ ຖືກຕ້ອງປອງ ດອງກັນ, ເພື່ອໃຫ້ເຂົ້າກັບຍຸກສໄມຂອງໂລກ ,ຊຶ່ງ ເປັນ ທິດທາງທີ່ຈະນຳລາວ ໄປສູ່ຄວາມ ຈະເຣີນ.  ແຕ່ເຖິງ ຢ່າງໃດ ກໍຈະຫລີກເວັ້ນບໍ່ໄດ້ໃນການຫັນ ປ່ຽນ ການປົກຄອງໃນລາວ , ແມ່ນແຕ່ສະຫະພາບໂຊວຽດຣັດເຊັຍ ແລະ ບັນດາປະເທດຢູຣົບ ຕາເວັນ ອອກ ກໍໄດ້ປ່ຽນແປງໄປທາງເສຣີແລ້ວ, ເພາະ ຣະບອບເສຣີເປັນ ຄື ແສງຕາເວັນ ອັນແກ່ງ
ກາ້ ທີ່ກຳລັງ ເຜົາໄຫມ້ ຄຳພີຂອງ ມາກສ໌-ເລນິນໃຫ້ສາບສູນໄປຈາກໂລກ, ເພາະມັນເປັນລັດທິ ທີ່ນຳມາ ແຕ່ ຄວາມ ທຸກ ຍາກ, ເຮັດໃຫ້ຄົນ ເປັນຂ້າທາດ ແລະ ເປັນຢາພິດເບື່ອເມົາປະຊາຊົນ.

     ດັ່ງນັ້ນ ເພື່ອໃຫ້ສອດຄ່ອງກັບສະພາບການຂອງໂລກແລະເພື່ອຕອບສນອງ ຄວາມຮຽກຮອ້ງ ຕອ້ງການ, ອັນແຮງ ກາ້ ແລະເປັນ ທັມ ຂອງປະຊາຊົນລາວແລະເພື່ອຜົນປໂຍດອັນສູງສົ່ງຂອງຊາດເຮົາ , ຂະບວນການເເພື່ອຊາດລາວ  ຂໍ ຮຽກຮອ້ງຢ່າງເດັດດ່ຽວ ໃຫ້: 
1-ຮັບຮູ້ຄົນລາວຢູ່ນອກປະເທດ ວ່າເປັນລາວມີສິດທຸກຢ່າງ ຄືກັບພີ່ນ້ອງລາວຢູ່ໃນປະເທດ , ເພາະເຂົາເຈົ້າ ບໍ່ໄດ້ ຕັດ ຊາດລາວ ອອກ ນຳອຳ ນາດ ໃດຈັກເທື່ອ, ​ຕ້ອງມີສິດກັບຄືນປະເທດໂດຍຮັກສາ ສັນຊາດລາວ ໄວ້ ຕາມເດີມ ເຫມືອນ ດັ່ງປະຊາຊົນລາວ ຢູ່ໃນປະເທດ  ພ້ອມ​ທັງໃຫ້ມີ ການຮັບປະກັນສິດ  ດ້ວຍກົດຫມາຍອັນຊອບທັມ ຊຶ່ງ ພັກ-ຣັດ ແລະ ການຈັດຕັ້ງ ການເມືອງລາວ ຢູ່ນອກ ປະເທດ ຈະຕ້ອງຮ່ວມກັນສຶກສາ ກົດຫມາຍດັ່ງກ່າວ ;
2-ຢຸດການຈັບກຸມຄຸມຂັງປະຊາຊົນຜູ້ຮັກຊາດທີ່ຮຽກຮອ້ງໃຫ້ ມີການຫັນປຽ່ນທິດທາງການປົກຄອງ ໃນລາວ, ​ໃຫ້ມີ ຄວາມປອງດອງກັນ ແລະ ມີຫລາຍພັກການເມືອງ ;
3- ຟື້ນຟູສັນຍາຕ່າງໆທີ່ເປັນຜົນປໂຍດຕໍ່ລາວແລະລົບລ້າງສັນຍາທີ່ລະເມີດຕໍ່ອະທິປະໄຕຂອງຊາດລາວ ໂດຍ ສະ ເພາະ ສັນຍາ ອັນໄຮ້ຜົນ ປໂຍດ ທີ່ໄດ້ເຊັນກັນກັບປະເທດເພື່ອນບ້ານ ;
4- ປ່ອຍນັກໂທດຈິດສຳນຶກ ທີ່ຍັງຖືກຄຸມຂັງຢູ່ຢາ່ງທໍຣະມານແລະ ໄຮ້ມະນຸສທັມ ໂດຍບໍມີ ເງື່ອນໄຂໃດໆ ໂດຍສະ ເພາະທ່ານສົມບັດ ສົມພອນ ນັກພັທນາກອນຊົນບົດ ທີ່ຖືກລັກພາຕົວໄປໂດຍຕຳຣວດລັບ ຕັ້ງແຕ່ວັນທີ 15.12.2012 ໂດຍບໍ່ຮູ້ວ່າຕາຍຫລືຍັງມີຊີວິດຢູ່ , ແລະບັນດາ ຄູ ນັກສຶກສາຂະບວນການ"26 ຕຸລາ1999" , " ຂະບວນການ 17 ພຶສຈິກາ 2000"  ແລະ ບັນດານັກໂທດການເມືອງຫລາຍສິບຄົນ ;
5- ມີການເຂົ້າຮ່ວມກັນແບບ ອອ້ມໂຕະມົນຂອງພັກຟາ່ຍການເມືອງ ຄື ຟ່າຍ ເສຣີປະຊາທິປະໄຕແລະ ຟ່າຍ ສັງຄົມນິຍົມຄອທທຸນິດ ທີ່ມີຢູ່ໃນແລະນອກປະເທດ  ເພື່ອ ຊອກຊອ່ງທາງ ຮວ່ມ ກັນໃນການປະຕິຮູບ ດາ້ນການ ເມືອງ ,ການເສຖກິດແລະ ສັງຄົມໂດຍສັນຕິວິທີ, ເພື່ອໃຫ້ລາວເຂົ້າກັບສະພາບການຂອງໂລກ ຕາມຍຸກສໄມ.   
  
       ພວກເຮົາຂໍຮຽກຮ້ອງຢ່າງເດັດດ່ຽວໃຫ້ອົງການສາກົນແລະບັນດາປະເທດທີ່ຊ່ວຍເຫລືອລາວ ໃຫ້ ເບິ່ງຄືນໃຫມ່ ວ່າ ການຊວ່ຍນັ້ນ ປະຊາຊົນລາວ ໄດ້ຮັບຜົນຫຍັງແດ່ ?  ຂໍໃຫ້ກົດດັນ ຜູ້ນຳຜະເດັດການລາວ ນັບຖື ສິດທິມະນຸດ, ໃຫ້ ປາບປາມ ການສໍ້ລາດ ບັງຫລວງ, ໃຫ້ປະຕິຮູບການປົກຄອງ.  ຖ້າຍັງ ສືບຕໍ່ຊ່ວຍເຫລືອ ລາວ ໂດຍບໍ່ມີ ຂໍ້ຜູກມັດດັ່ງ ກ່າວ, ກໍຖືວ່າ ພວກທ່ານລະເມີດສິດທິມະນຸດ ແລະ ເປັນ ຜູ້ສົມຮູ້ຮ່ວມຄິດນຳ ພວກຜະເດັດການລາວ.

       ສ່ວນບັນຫາຕ່າງໆໃນການພັທນາຊາດນັ້ນ "ຂະບວນການເພື່ອຊາດລາວເຫັນວ່າ ຄວນຮ່ວມກັນສຶກສາ ດ້ວຍ ເຫດແລະຜົນແລະ ປະຕິບັດເປັນຂັ້ນເປັນຕອນໄປ, ດ້ວຍຄວາມຮັກຊາດຢ່າງ ບໍຣິສຸດໃຈ , ເພື່ອປະເທດຊາດແລະ ປະ ຊາຊົນລາວ ຕາມສະພາບການ ໂດຍບໍ່ຈຳແນກ​​ ເຊື້ອຊັ້ນ ວັນນະຊົນເຜົ່າຄົນລະບອບເກົ່າຫລືລະບອບໃຫມ່​  ການ ເຊື່ອຖື ແລະ  ຮັບຮູ້ຄວາມແຕກຕ່າງທີ່ມີເຫດແລະ ມີຜົນຕາມຫລັກປະຊາທິປະໄຕ, ດ້ວຍເຫດຜົນເຫລົ່ານີ້ ຈຶ່ງຂໍ  ຮຽກ ຮ້ອງຫາພີ່ນ້ອງລາວຜູ້ຮັກຊາດແພງເຊື້ອທຸກຖ້ວນຫນ້າ, ຢູ່ພາຍໃນ ແລະ ນອກປະເທດ, ຈົ່ງຮີບລຸກຂຶ້ນ ເຕົ້າໂຮມຮ່ວມ ປະກອບສ່ວນ ເປັນພະລັງຮອບດ້ານ ,ເພື່ອເຮັດທຸກວິທີທາງໃຫ້ມີການປະຕິຮູບການເມືອງ ໃຫ້ລາວມີເອກຣາດຂອງ ຊາດ ເພາະດຽວນີ້ ປະເທດຊາດ ອັນແສນຮັກແລະຫວງແຫນຂອງລາວເຮົາຖືກຄອບຄອງໂດຍຕ່າງດ້າວ, ແຜ່ນດິນ ລາວ ຕ້ອງເປັນ ຂອງ ຄົນ ລາວ ທຸກ ຖ້ວນຫນ້າ ທີ່ຢູ່ພາຍໃນແລະ ນອກປະເທດ, ໃຫ້ມີຄວາມສາມັກຄີ ຮ່ວມກັນ ສ້າງ ສາພັທນາ ເພື່ອປັດເຂ ຄວາມທຸກຍາກ ດ້ອຍພັທນາອອກຈາກລາວ, ໃຫ້ປະຊາຊົນມີສິດເສຣີພາບ ມີການຢູ່ດີກິນດີ ມີຍຸຕິທັມໃນສັງຄົມແລະມີຄວາມຫວັງອັນແຈ່ມໃສໃນອະນາຄົດ.
 ວັນທີ 02 ທັນວາ (12) 2015.
ຂະບວນການເພື່ອຊາດລາວ
ສົມບຸນ ທໍຣະນິນ
lao_nc@yahoo.fr

Aucun commentaire:

Enregistrer un commentaire