mardi 2 février 2016

A PROPOS DE LAONC


ສິດແລະຫນ້າທີ່ຂອງພົລເມືອງ ໃນການຕໍ່ສູ້ອັນຊອບທັມ ເພື່ອຄວາມເປັນລາວ
ແລະ ພັທນາປະເທດ ດ້ານການເມືອງ ເສຖກິດ ແລະ ສັງຄົມ ໃນສັກຣາດໃຫມ່

ຂະບວນການເພື່ອຊາດລາວ

ພວກເຮົາແມ່ນໃຜ ?  QUI SOMMES-NOUS ?  WHO ARE WE ?

COMITE NATIONAL LAO  -  LAO NATIONAL COMMITTEE  -  LAO.NC

ຂະບວນການເພື່ອຊາດລາວ  ແມ່ນ ຂະບວນການພາຄິຕໍ່ສູ້ທາງການເມືອງ ເພື່ອ ລາວຄົງຢູ່, ໃຫ້ລາວເປັນລາວ, ມີເອກຣາດຂອງຊາດ ບໍ່ຢູ່ໃຕ້ອຳນາດຕ່າງດ້າວ, ປະຊາຊົນມີສິດເສຣີພາບ, ມີຍຸຕິທັມໃນສັງຄົມແລະມີຄວາມຫວັງອັນແຈ່ມໄສໃນອະນາຄົດ ຕາມເປົ້າຫມາຍທີ່ໄດ້ຮັບເອົາຈາກກອງປະຊຸມ ຢູ່ ເມືອງ "ບູຊີ ແຊງຊອກ" ຊານນະຄອນຫລວງປາຣີສ ຂອງ ບັນດາຜູ້ຕາງຫນ້າອົງການຈັດຕັ້ງແລະບັນດາລາວຜູ້ຮັກຊາດ ມາຈາກເຂດແຂວງຕ່າງໆ.


1-ຈຸດປະສົງ-ນະໂຍບາຍ-ເປົ້າຫມາຍ
           ປະຕິບັດທຸກວິຖີທາງເພື່ອໃຫ້ : ລາວຄົງຢູ່, ລາວເປັນລາວ, ປະເທດມີເອກ ຣາດຂອງຊາດ, ປະຊາຊົນສາມັກຄີເປັນເອກພາບ ມີຄວາມຍຸຕິທັມໃນສັງຄົມ.
-ຖືເອົາຄວາມຮັກຊາດເພື່ອເອກຣາດຂອງຊາດ, ສິດເສຣີປະຊາທິປະໄຕແລະສິດທິມະນຸດແລະການເສັຍສລະອັນຍິ່ງໃຫຍ່ເພື່ອຊາດລາວເປັນ ອາວຸດ ໃນການຕໍ່ສູ້ ໂດຍ ສັນຕິວິທີ ແບບມີເຫດແລະມີຜົນ ເຮັດໃຫ້ລາວເປັນລາວ ບໍ່ຢູ່ໃຕ້ການຄອບຄອງຂອງຊາດອື່ນໃດ.
-ເພີ້ມຄວາມສາມັກຄີປວງຊົນລາວຢູ່ພາຍໃນແລະນອກປະເທດໂດຍບໍ່ຈຳ ແນກເຊື້ອຊັ້ນວັນນະ ຊົນເຜົ່າ ທ້ອງຖິ່ນແລະການເຊື່ອຖື, ຄົນລະບອບເກົ່າ ລະບອບໃຫມ່, ປະລະຖິ້ມຄວາມຄຶດເຫັນສ່ວນຕົວແບບແຂງກະດ້າງແບບ"ມີ ເຈົ້າແລ້ວ ບໍ່ມີຂ້ອຍ" ຊຶ່ງເປັນແນວທາງທີ່ບໍ່ຖືກຕ້ອງ ແລະ ບໍ່ສາມາດກ້າວເດີນໄປສູ່ຄວາມສາມັກຄີປອງດອງກັນໄດ້ ,ແລ້ວມາຮ່ວມຕໍ່ສູ້ຕາມເງື່ອນໄຂແລະວິທີການໃຫມ່ບົນພື້ນຖານຂອງຄວາມສເມີພາບ ເພື່ອເຮັດໃຫ້ລາວເປັນລາວ ມີ ເອກຣາດຂອງຊາດ ປາສຈາກການແຊກແຊງ ແລະ ຄວບຄຸມຂອງຕ່າງປະເທດທີ່ປະຊາຊົນລາວບໍ່ເພິ່ງປາຖນາ, ໃຫ້ລາວເປັນເຈົ້າຂອງປະ ເທດ ຢ່າງແທ້ຈິງໃນການປົກຄອງແບບເສຣີປະຊາທິປະໄຕ, ເພາະ ແຜ່ນດິນລາວ ຫລື ປະເທດລາວເປັນຂອງຄົນລາວທຸກຖ້ວນຫນ້າ.
-ເສີມຂຍາຍພະລັງປະຊາຊົນ ໃຫ້ເປັນພະລັງເຜີຍແຜ່ຢ່າງກວ້າງຂວາງ :  ສິດທິມະນຸດແລະບັນດາສິດເສຣີປະຊາທິປະໄຕຢ່າງທົ່ວເຖິງ ເພື່ອຊຸກຍູ້ໃຫ້ມີການຫັນປ່ຽນທິດທາງການປົກຄອງ, ທັ້ງນີ້ກໍ່ເພື່ອໃຫ້ລາວຢູ່ພາຍໃນແລະນອກປະເທດໄດ້ເຂົ້າໄປຈຸຈອດຮ່ວມມືກັນຢ່າງ ສເມີພາບໃນຄວາມເປັນລາວ ເພື່ອພ້ອມພຽງກັນປະຕິຮູບທຸກດ້ານຂອງຊີວິດການເປັນຢູ່ຂອງສັງຄົມແລະພັທນາປະເທດໃຫ້ມີຄວາມຈະເຣີນກ້າວຫນ້າ ໃຫ້ປະຊາຊົນໄດ້ຢູ່ດີກິນດີ ມີຄວາມສຸກແລະປະກອບສ່ວນໃນການຈັດສ້າງລະບົບແລະລະບຽບໃຫມ່ ໃຫ້ເຂົ້າກັບສະພາບປະຈຸບັນຂອງໂລກ ໂດຍສະເພາະເຂົ້າກັບເງື່ອນໄຂຕ່າງໆຂອງການເປັນສະມາຊິກຕລາດຮ່ວມຂອງສະມາຄົມອາຊີອາຄະເນ "Asean".

2-ການຕໍ່ສູ້ແບບສັນຕິວິທີເພື່ອຄວາມເປັນລາວ ແມ່ນແບບໃດ  ?
   ເປັນການຕໍ່ສູ້ທີ່ສອດຄ່ອງກັບຍຸກໃຫມ່ຂອງໂລກ ຄືຫັນປ່ຽນການຕໍ່ສູ້ທາງກຳລັງອາວຸດ ມາເປັນການຕໍ່ສູ້ທາງການເມືອງ, ແຕ່ຈະໃຊ້ອາວຸດໃນເມື່ອຈຳ ເປັນເພື່ອປ້ອງກັນຕົວ ແລະ ຮັກສາຄວາມສະງົບເທົ່ານັ້ນ, ເປັນການຕໍ່ສູ້ທີ່ຫລີກລຽງການປະຫັດປະຫານຊີວິດ ແລະ ຊັບສິນຂອງຄົນລາວດ້ວຍກັນ,ເພາະຄົນລາວຢູ່ໃນປະເທດບໍ່ໄດ້ເປັນສັດຕູຂອງພວກເຮົາ, ສັດຕູຂອງ ປະຊາ ຊົນລາວ ແມ່ນລະບອບການປົກຄອງທີ່ຖ່ວງດຶງຄວາມຈະເຣີນກ້າວຫນ້າຂອງຊາດແລະໃຊ້ແຕ່ຄວາມຕົວະຫລອກລວງເປັນເຄື່ອງມື ຄື ລະບອບ
ຜະ ເດັດການຄອມມຸນິດ  ຊຶ່ງຄົນກຸ່ມນ້ອຍໆທີ່ມີແນວຄິດຄັບແຄບ ເຫັນແຕ່ຜົນປໂດສ່ວນຕົວແລະພັກພວກ, ກະຫາຍອຳນາດ ທີ່ນຳເອົາລະບອບສັກດີນາຜະເດັດການນີ້ມາ
ປົກຄອງລາວ, ສະນັ້ນ ພວກເຮົາຈຶ່ງເອົາແຕ່ຄວາມຈິງອອກມາເຜີຍແຜ່ເພື່ອຊະນະຄວາມຫລອກລ່ວງຂູດຮີດປະຊາຊົນ, ເປັນການຕໍ່ສູ້ເອົາສິດທິອັນຊອບທັມຢ່າງຖືກຕ້ອງຕາມກົດບັດສະຫະປະຊາຊາດ ແລະສິດທິມະນຸດມາໃຫ້ປະຊາຊົນໄດ້ຊົມໃຊ້, ຕໍ່ສູ້ໃຫ້ລາວມີເສຣີປະຊາທິປະໄຕ ຄືເອົາຄວາມຈິງທີ່ປະກອບດ້ວຍເຫດແລະຜົນ ເພື່ອຊນະຄວາມຕົວະຫລອກລວງ ແລະ ຕໍ່ສູ້ດ້ວຍຄວາມສຸດຈະຣິດໃຈເພື່ອຊາດລາວ ບໍ່ແມ່ນຕໍ່ສູ້ເພື່ອບຸກຄົນໃດ,ກຸ່ມພວກໃດຫລືປະເທດໃດ,ແມ່ນຕໍ່ສູ້ຕາມຄວາມມຸງ້ມາດປາຖນາຂອງປະຊາຊົນລາວ, ຄົນລາວເປັນຄົນມີອະຣິຍະທັມສູງ ບໍ່ມັກການຂ້າຟັນປະຫັດປະຫານກັນ, ຊອກຫາແຕ່ຄວາມຮັກແພງສາມັກຄີ ສະນັ້ນການຕໍ່ສູ້ໂດຍສັນຕິວິທີກໍຄື ແບບ "ອ້າຍຮູ້ສອງ ນ້ອງຮູ້ຫນຶ່ງ" ຊຶ່ງເປັນການຕໍ່ສູ້ຂອງປະ ຊາຊົນຜູ້ຮັກຊາດທຸກຖ້ວນຫນ້າທີ່ຮັກຫອມສັນຕິພາບແລະຄວາມເປັນທັມ.

3-ເປົ້າຫມາຍໃນພາກປະຕິບັດ
-ສ້າງຄວາມຮັກແພງລະຫວ່າງພີ່ນ້ອງລາວທີ່ມີຢູ່ແລ້ວ ໃຫ້ເພີ້ມທະວີຄູນຂຶ້ນອີກ ເພື່ອຮ່ວມເປັນພະລັງມວນຊົນລາວ ຢູ່ພາຍໃນແລະນອກປະເທດໃຫ້ເຂົ້າສູ່ທິດທາງຖັນແຖວໃນແນວຄິດເພື່ອສ້າງໃຫ້ເປັນກະແສຟອງມະຫາຊົນເສຣີປະຊາທິປະໄຕ ແລະ ຍົກສູງເທີດທູນຊາດລາວເຫນືອກວ່າສິ່ງໃດໆ.
-ເພື່ອໃຫ້ຄື້ນເສຣີປະຊາທິປະໄຕ ມີຫລັກຢືນ ມີເປົ້າຫມາຍເຂັ້ມແຂງແລະມີຫລັກການປະຕິບັດຫນ້າວຽກ ຢ່າງຈ໊ະແຈ້ງແລະມີການນຳພາ ມີການເສັຍສລະຮ່ວມມືກັນຢ່າງເຂັ້ມແຂງຕໍ່ເນືອງ ເປັນລະບົບ ຈາກລະດັບພື້ນຖານຈົນເຖິງລະດັບນຳພາແລະຈາກລະດັບນຳພາເຖິງລະດັບພື້ນຖານ, ທຸກພາກ ສ່ວນ ຂອງກະແສຟອງຈາກພາຍໃນແລະນອກປະເທດ ສົມທົບແນໃສ່ເປົ້າຫມາຍດຽວກັນຄືສຸມໄສ່ການກະທຳເຂົ້າກັນຈົນເຮັດໃຫ້ມີການປະຕິຮູບການ ເມືອງ ຈາກລະບອບຜະເດັດການ ມາເປັນເສຣີ ຕາມເງື່ຶນໄຂຂອງ "ກັມການເພື່ອຊາດລາວ" ຊຶ່ງມີຈຸດປະສົງແລະເປົ້າຫມາຍທີ່ໄດ້ຮັບເອົາຈາກມວນຊົນ ໃນຮູບທີ່ຖືກຮັບຮູ້ຈາກສາກົນ, ເພື່ອໃຫ້ມີເງື່ອນໄຂອັນຖືກຕ້ອງ ໃນການນຳເອົາສັນຍາຂໍ້ຕົກລົງຕ່າງໆທີ່ກ່ຽວກັບບັນຫາລາວເຂົ້າໄປປະຕິບັດ ຄ້ຳປະກັນອະນາຄົດຂອງປະເທດຊາດ,ເພື່ອນຳໄປເຖີງການສ້າງຕັ້ງລະບົບໃຫມ່ໃຫ້ສອດຄ່ອງກັບຄວາມມຸ້ງທາດປາຖນາອັນແຮງກ້າຂອງປະຊາຊົນທັງຊາດແລະສະພາບການຂອງໂລກ.

4-ສະພາບຄວາມເປັນຈິງໃນລາວ
   ປະຈຸບັນຢູ່ປະເທດລາວຫລືແຜ່ນດິນລາວບ່ອນຟັງສາຍແຫ່ແຜ່ສາຍບືຂອງບັນພະບຸຣຸດ ພໍ່ແມ່ ປູ່ຍ່າ ຕາຍາຍຂອງລາວເຮົາ, ແມ່ນຄົນກຸ່ມນ້ອຍໆຂອງລະບອບຜະເດັດການ "ມາກ-ເລນິນ" ເປັນຜູ້ກຳອຳນາດ ບໍຣິຫານລາວໂດຍມີພັກການເມືອງພັກດຽວຕັ້ງແຕ່ປີ 1975 ເປັນຕົ້ນມາ,ເປັນການນຳພາທີ່ບໍ່ສອດຄ່ອງກັບສະພາບການ, ຂາດຄວາມສາມາດ ເມີນເສີຍຕໍ່ຊະຕາກັມຂອງປະຊາຊົນເຮັດໃຫ້ປະເທດລ້າຫລັງດ້ອຍພັທນາ  ປະຊາຊົນທຸກຍາກ ມີການສໍ້ຣາດບັງຫລວງນັບມື້ທະວີຄູນ, ການສຶກສາຂອງເຍົາວະຊົນບໍ່ໄດ້ຮັບ ການເອົາໃຈໃສ່, ຊີວິດການເປັນຢູ່ຂອງປະຊາຊົນບໍ່ມີການຄ້ຳປະກັນ  ລວມຄວາມແລ້ວ ລາວຕົກຢູ່ໃນວິກິດການຮອບດ້ານ. ປະຊາຊົນບໍ່ໄດ້ຮັບຄວາມເປັນທັມ ຂາດສິດທຸກຢ່າງ ແລະ ເກີດຄວາມເບື່ອຫນ່າຍ ກຽດຊັງລະບອບດັ່ງກ່າວ, ຕ່າງປະເທດບໍ່ມີຄວາມໄວ້ເນື້ອເຊື່ອໃຈແລະໃຫ້ຄວາມຮ່ວມມື, ດັ່ງນັ້ນບັນດາຜູ້ຮັກຊາດໃນຫລາຍເຂດຈຶ່ງເຂົ້າໄປຮ່ວມກັບ "ພະລັງປະຊາທິປະໄຕ" ຕໍ່ສູ້ເພື່ອຄວາມເປັນທັມຄືຄວາມຍຸຕິທັມໃນສັງຄົມແລະເພື່ອຄວາມຢູ່ດີກິນດີຂອງປະຊາຊົນລາວ,ເພື່ອຄວາມກ້າວຫນ້າຂອງລາວໃນດ້ານການພົວພັນຮ່ວມມືສາກົນແລະເຂົ້າຢູ່ໃນຕລາດຮ່ວມຂອງກຸ່ມປະເທດ "ອາຊຽນ".

5-ການຈັດຕັ້ງພື້ນຖານ
       ການຈັດຕັ້ງຢູ່ນອກປະເທດສົມທົບກັບພະລັງປະຊາຊົນລາວ ທຸກຊົນເຜົ່າຢູ່ພາຍໃນປະເທດເປັນພື້ນຖານ,.ການຂຍາຍການຕໍ່ສູ້ກັບລະບອບສັກດີນາຜະເດັດການທີ່ຖ່ວງດຶງຄວາມຈະເຣີນກ້າວຫນ້ານີ້ ແມ່ນອາໄສຄວາມແຮງໃນການຈັດຕັ້ງຂອງ "ຂະບວນການເພື່ອຊາດລາວ", ໂດຍອາໄສການເຄື່ອນໄຫວທາງການເມືອງ ການສັງຄົມ ການເສຖກິດ ແລະ ດ້ານການຈັດສັນ ການນຳພາທີ່ມີອຸດົມການ ນະໂຍບາຍ ອັນເຂັ້ມແຂງແລະເປັນຂັ້ນເປັນຕອນຢ່າງຈ໋ະແຈ້ງໃນທາງການເມືອງ ໂດຍສະເພາະແມ່ນການພົວພັນນຳ
ມະຫາອຳນາດ ປະເທດເພື່ອນມິດ ອົງການສາກົນທຸກລະດັບແລະການຮ່ວມມືຢ່າງຕິດແທດກັບພະລັງປະຊາຊົນຢູ່ໃນປະເທດ.
6-ສະມາຊິກ ຂອງ "ຂະບວນການເພື່ອຊາດລາວ"
  ແມ່ນປະຊາຊົນລາວທົ່ວໄປ ທີ່ຮັກຊາດແລະຮັກກຽດສັກສີຂອງຄວາມເປັນລາວພ້ອມດ້ວຍບັນດາອົງການຈັດຕັ້ງພາຄີ ຢູ່ພາຍໃນແລະນອກປະເທດ ທີ່ບໍ່ມັກການປົກຄອງແບບຜະເດັດການ, ສແວງຫາແຕ່ຄວາມສາມັກຄີ ເພື່ອຊຸກຍູ້ທຸກຮູບແບບໃຫ້ ລາວມີເສຣີພາບແລະປະຊາທິປະໄຕ, ມີອຸດົມການຊາດ  ບໍ່ມີການແບ່ງແຍກເຊື້ອຊັ້ນວັນນະ ເຜົ່າພັນແລະທ້ອງຖິ່ນໃດໆ, ເປັນຜູ້ສາມາດເຜີຍແຜ່ເປົ້າຫມາຍແນວທາງແລະເຂົ້າຫາໃກ້ຊິດກັບປະຊາຊົນທຸກລະດັບເຫມືອນກັບ "ປາຢູ່ໃນນ້ຳ", ເວົ້າສະເພາະກໍແມ່ນປະຊາຊົນລາວທີ່ເຫັນພ້ອມນຳເປົ້າຫມາຍແລະໃຫ້ການອູ້ມຊູ ດ້ວຍສະຕິປັນຍາ ເຮື່ອແຮງ ພາຫານະແລະປັດໄຈ ແກ່ "ຂະບວນການເພື່ອຊາດລາວ" ເພື່ອໃຫ້ພາກປະຕິບັດພາລະກິດຊາດມີປະ ສິດທິພາບໃຫ້ເກີດຜົນເປັນຈິງ.
      ອີງໃສ່ຄວາມແຮງຂອງພື້ນຖານຢູ່ຕ່າງປະເທດ , ພວກເຮົາສ້າງພື້ນຖານຢູ່ໃນປະເທດໄດ້ຫລາຍຮູບແບບ , ທັ້ງນີ້ກໍຄືການດຳເນີນທຸກເງື່ອນໄຂໃຫ້ມີການປະຕິຮູບຫັນປ່ຽນທິດທາງການປົກຄອງຢູ່ໃນລາວໃຫ້ເຂົ້າກັບສະພາບການຂອງໂລກ.
ກ-ເຜີຍແຜ່ຢ່າງກວ້າງຂວາງແນວຄິດເສຣີປະຊາທິປະໄຕ ແລະ ອຸດົມການ ເອກຣາດຂອງຊາດ ທີ່ຖຶກຕ້ອງຕາມພື້ນທີ່ ໃນປະເທດ ເພື່ອສ້າງຄວາມຕື່ນຕົວໃຫມ່ ກ່ຽວກັບບັນຫາຂອງຊາດແລະການໃຊ້ສິດພື້ນຖານຂອງ ພົລເມືອງ ໂດຍອີງໃສ່ບັນດາສິດທິມະນຸດ ເພື່ອສ້າງຄວາມສາມັກຄີປອງດອງກັນໃຫ້ແຫນ້ນຫນາຖາວອນໃນທັສນະທີ່ເປັນເອກ ຣາດຂອງຊາດ ເປັນເຈົ້າຂອງຕົນເອງຢ່າງແທ້ຈິງ, ເຮັດທູກວິທີທາງໃຫ້ສາກົນແລະປະເທດເພື່ອນມິດຮັບຮູ້ບົດ ບາດເປົ້າຫມາຍຂອງ "ກັມການເພື່ອຊາດລາວ" (ພຊລ) ທີ່ມີເຈດຈຳ ນົງ ໃຫ້ມີການປ່ຽນແປງທິດທາງການປົກຄອງທີ່ຖືກຕ້ອງ ແລະເປັນທາງການ ຊຶ່ງສາມາດຄ້ຳປະກັນດ້ວຍສັນຍາຫລືຂໍ້ຕົກລົງຕ່າງໆ ກ່ຽວກັບວາວເຮົາຊຶ່ງຮັບຮູ້ຈາກເວທີການເມືອງສາກົນແລະດ້ວຍຄວາມເຫັນດີເຫັນພ້ອມເປັນເອກພາບຂອງທຸກພັກຟ່າຍການເມືອງຂອງລາວ.
ຂ-ຈັດຕັ້ງພື້ນຖານຕໍ່ສູ້ທາງການເມືອງຂຶ້ນຢູ່ໃນພື້ນທີ່ປະເທດ, ໂດຍມີການ ຈັດຕັ້ງທາງເສຖກິດ ການເມືອງ ການສາສນາ ສັງຄົມຢ່າງຕໍ່ເນື່ອງແລະມີເປົ້າຫມາຍ ດຳເນີນການຂຍາຍມວນມິຕປະຊາທິປະໄຕຂອງ"ຂະບວນການເພື່ອຊາດລາວ" ເປັນຟ່າຍຕໍ່ຕ້ານດ້ວຍຄວາມບໍຣິສຸດໃຈເພື່ອປະຊາຊົນ ໃຫ້ເປັນຮູບຮ່າງຕົວຈິງຂຶ້ນໃນມວນຊົນລາວ ທີ່ບໍ່ປາຖນາໃຫ້ລາວປົກຄອງ ໂດຍລະ ບອບຜະເດັດການ.

7-"ຂະບວນການເພື່ອຊາດລາວ" ມີເຫດຜົນອັນໃດ ໃຫ້ເຫັນວ່າ ການຕໍ່ສູ້ແບບສັນຕິວິທີ ຈະໄດ້ຮັບໄຊຊນະ ?
  ການຕໍ່ສູ້ອັນເປັນທັມຂອງ "ຂະບວນການ" ຢ່າງບໍ່ລົດລະເພື່ອຍາດແຍ່ງເອົາສິດເສຣິພາບມາໃຫ້ປະຊາຊົນລາວໄດ້ຊົມໃຊ້ຢ່າງແທ້ຈິງນີ້ ແມ່ນອີງໃສ່ກົດບັດສະຫະປະຊາຊາດ, ປະກາດສາກົນກ່ວກັບສິດທິມະນຸດ,ບັນດາສິດເສຣິພາບແລະຫລັກ"ປັນຈະສີລາ" ໃນການຢູ່ຮ່ວມກັນໂດຍສັນຕິວິທີ, ເພາະປະຊາຊົນລາວຕ້ອງການຄວາມສະງົບບໍ່ຊອກເປັນສັດຕູໃຜ. ການທີ່ລາວບໍ່ຖືກຕ້ອງກັນນັ້ນ ແມ່ນຕ່າງປະເທດເປັນຜູ້ຍຸແຍ່, ປະຊາຊົນລາວຢູ່ໃນແລະນອກປະເທດ ແມ່ນລ້ວນແລ້ວແຕ່ເປັນຜູ້ຮັກຊາດຮັກຄວາມເປັນລາວແລະຮັກແພງສາມັກ ຄີກັນ.ສະນັ້ນແຕ່ກ່ອນກໍຍ້ອນຄວາມຮັກຊາດນັ້ນເອງປະຊາຊົນຈຶ່ງເຊື່ອການໂຄສະນາຂອງພວກຜະເດັດການປະຈຸບັນ ເພາະຄຶດວ່າເພິ່ນຈະມາສ້າງປະ ເທດໃຫ້ຈະເຣີນກ່ອນເກົ່າ,ບໍ່ມີການສໍ້ຣາດບັງຫລວງ ພວກຕົນຈະໄດ້ຢູ່ດີກິນດີ ມີສິດທຸກຢ່າງຕາມເພິ່ນໂຄສະນາ. ແຕ່ມາບັດນີ້ ເຂົາເຈົ້າໄດ້ຕື່ນຕົວ ເພາະຖືກຕົວະຫລອກລວງ !  ສະນັ້ນຄວາມຈິງ ມັນກໍພົ້ນຂຶ້ນມາ  ດັ່ງນັ້ນທາງບວກທຸກຢ່າງ ກໍກາຍເປັນທາງລົບຫມົດ ດ້ວຍເຫດແລະຜົນ ດັ່ງນີ້  :
1-ການນຳພາປະເທດຂອງພວກຜະເດັດການທີ່ປະກາດວ່າສລາດສ່ອງໄສນັ້ນມາໄດ້ 40 ກວ່າປີແລ້ວ ພາໃຫ້ມີການຫລົ້ມຈົມ  ປະຊາຊົນຍິ່ງທຸກຍາກແລະບໍ່ມີຄວາມຫວັງອັນແຈ່ມໄສໃນອະນາຄົດ.
2-ຫລັງຈາກກຸ່ມປະເທດຜະເດັດດການຄອມມຸນິດໃນພາກພື້ນຢູຣົບຕາເວັນອອກແລະສະຫະພາບໂຊວຽດຣັດເຊັຍ ໄດ້ ພັງທະລາຍລົງແລະໄດ້ຫັນປ່ຽນການປົກຄອງໄປທາງເສຣີແລ້ວ ລາວກໍຢູ່ໃນທ່າອ່ອນເພັຍ, ຫລາຍທ່ານຄິດວ່າຄອມມຸ ນິດເຂົ້າປົກຄອງບ່ອນໃດແລ້ວ ບໍ່ມີທາງຈະໄປແຕະຕ້ອງໂຄ່ນລົ້ມໄດ້ ?  ດັ່ງນັ້ນການຫັນປ່ຽນຕ່າວປີ້ນ ໂດຍສັນຕິວິທີໃນບັນດາປະເທດດັ່ງກ່າວນີ້ ຈຶ່ງມີຄວາມເປັນຈິງທີ່ເຫັນປະຈັກຕາມາແລ້ວ.
3-ຢູ່ໃນຖັນແຖວຂອງພັກແລະຣັດເອງ ສະມາຊິກໄດ້ແຕກແຍກກັນ ຢ່າງຄໍຂາດບາດຕາຍໃນແນວຄິດແລະຜົນປໂຍດ , ເພາະແຕ່ກ່ອນປີ 1975 ທຸກຄົນໃນພັກໄດ້ "ນອນດິນກິນ
ເຂົ້າແຫ້ງຮ່ວມກັນ ເຂົ້າເມັດຫັກຜັກຫນຶ່ງເສັ້ນກໍປັນກັນກິນ" , ມາບັດນີ້ ພວກຫນຶ່ງມີເຮືອນ 4-5 ຫລັງ ມີຣົດງາມຂີ່, ອີກພວກຫນຶ່ງບໍ່ມີເຮືອນຢູ່ ບໍ່ມີຣົດຂີ່ , ນອກນີ້ ພວກທີ່ເອີ້ນ
ວ່າ "ນັກປະຕິວັດ 30 ປີ" ກໍຖືກປັດເຂັ່ຍ ຫາວ່າໃຊ້ການບໍ່ໄດ້ ໃຫ້ກັບເມືອປູກຟັງກິນ ໂດຍບໍ່ໄດ້ຮັບການຊ່ວຍເຫລືອ ເບິ່ງແຍງໃດໆເລີຍແລະບໍ່ມີຮອດດິນຈະປູກຟັງ, "ນາແລ້ວຂ້າຄວາຍເຖິກເສິກແລ້ວຂາ້ຄົນຫານ". ນອກຈາກນີ້ ຢູ່ໃນຖັນແຖວຂອງພັກ ຍັງມີພວກນິຍົມແກວແດງ  ນິຍົມຈີນ ແລະ ມີອີກພວກຫນຶ່ງຢາກໃຫ້ມີການປ່ຽນ ແປງການປົກຄອງ . ສ່ວນຢູ່ໃນກອງທັບກໍມີການແບ່ງແຍກກັນເປັນກຸ່ມ ໃນການຊອກຫາຜົນປໂຍດຂອງແຕ່ລະກຸ່ມ ເພື່ອສ້າງອິດທິພົນຂອງກຸ່ມໃຜ ກຸ່ມລາວ ໂດຍບໍ່ຄຶດຫາການເປັນຢູ່ຂອງປະຊາຊົນເລີຍ.
4-ແຕ່ກ່ອນ ມີພາກສ່ວນຫນຶ່ງຂອງປະຊາຊົນລາວ ຖືກບັງຄັບແລະມີຄວາມຢ້ານກົວ ໄດ້ສນັບ ສນູນຜູ້ນຳຜະເດັດການ ເພິ່ນເວົ້າຜິດເຮັດຜິດກໍ່ເປັນຖືກ , ດຽວນີ້ຫນ້າມືໄດ້ກາຍ ເປັນຫລັງມື ເຂົາເຈົ້າມີຄວາມຄຽດແຄ້ນເບື່ອຫນ່າຍໃນການຕົວະຫລອກລວງ ການຕັດສິດເສຣິພາບພາບແລະການສໍ້ໂກງຂູດຮີດ ລັກໂລບຍຶດເອົາດິນເຂົາເຈົ້າໃຫ້ຕ່າງດ້າວເຊົ່າຫລືສຳປະທານໃນລະຍະຍາວນານ ເຖິງ 99 ປີ, ຈຶ່ງພາໃຫ້ ມີການຕື່ນຕົວເຂົ້າມາຮ່ວມກັບກຳລັງປະຊາທິ ປະໄຕ ນັບມື້ນັບຫລາຍຂຶ້ນ.
5-ກະແສຟອງປະຕິວັດໂລກແທນທີ່ຈະປະທ້ວງລະບອບເສຣີ ຫລື ນາຍທຶນ ຊ້ຳພັດໄປປະທ້ວງລະບອບຜະເດັດການສໍ້ ໂກງ ເພາະເຂົາເຫັນວ່າເປັນລະ ບອບທີ່ລ້າຫລັງເຮັດໃຫ້ປະເທດດ້ອຍພັທນາ  ເປັນລະບອບທີ່ເບື່ອເມົາປະຊາ ຊົນແລະ ເຮັດໃຫ້ຄົນເປັນຂ້າທາດຕລອດໄປ ຈຶ່ງໄດ້ປະທ້ວງຮື້ຟຶ້ນໂຄ່ນລົ້ມຂັບໄລ່ຜູ້ນຳຜະເດັດການສໍ້ໂກງ, ຊຶ່ງໄດ້ເຫັນໃນພາກພື້ນຕາເວັນອອກກາງ ປະເທດ "ອາຣັບ" ໃນລະ ຍະຜ່ານມາແລະປະຈຸບັນຊຶ່ງມີການປະຫັດປະຫານກັນຢ່າງຮຸ່ນແຮງ.
6-ບັນດາປະເທດເສຣີແລະສາກົນ ທີ່ໄດ້ຊ່ວຍເຫລືອລາວດ້ວຍຄວາມເອັນດູ ດ້ານມະນຸສທັມ ເພື່ອຊຸກຍູ້ໃຫ້ລາວພົ້ນອອກຈາກຄວາມທຸກຍາກ, ກໍໄດ້ຕັດຮອນການຊ່ວຍລົງ,ເພາະເຂົາເຫັນວ່າລາວບໍ່ໄດ້ຜລິດຜົນ ບໍ່ໄດ້ສ້າງໂຮງຈັກໂຮງ ງານເພື່ອເຮັດໃຫ້ປະຊາຊົນມີວຽກເຮັດງານທຳແລະມີການຄອງຊີບດີຂຶ້ນ , ນອກຈາກການຜລິດຢາເສບຕິດແລ້ວກໍແມ່ນເກາະຫ້ອຍກິນນຳສາກົນ, ພັກ-ຣັດມີຫລາຍໂຄງການພັທນາ ແຕ່ບໍ່ເກີດຜົນຕາມຄາດຫມາຍ ເພາະບໍ່ມີການໄຂກວ້າງທາງການເມືອງແລະກໍຍັງສືບຕໍ່ປົກຄອງແບບຜະ ເດັດການຢູ່. ດັ່ງ ນັ້ນຈຶ່ງເຮັດໃຫ້ຣັຖກອນ, ຄູອາຈານສອນ, ທະຫານ, ຕຳຣວດ ບໍ່ໄດ້ຮັບເງິນ ເດືອນເປັນປົກຕິ, ເຮັດໃຫ້ເຂົາເຈົ້າບໍ່ມີສັດທາຮ່ວມນຳພັກ-ຣັດແລະ ເຮັດໃຫ້ສະ ພາບການຖອຍຫລັງລົງ,ດ້ວຍເຫດນີ້ເຂົາເຈົ້າຈຶ່ງເຂົ້າຮ່ວມນຳກຳລັງປະ ຊາທິປະໄຕເພື່ອຫ້າງຫາຊອກເຮັດໃຫ້ມີການປ່ຽນແປງການເມືອງໂດຍສັນຕິວິທີໃນໂອກາດອັນເຫມາະສົມໂດຍປາສຈາກການປະຫັດປະຫານລະຫວ່າງຄົນລາວດ້ວຍກັນ, ດ້ວຍການເສີມສ້າງຄວາມເຂົ້າໃຈ ອັນເລິກເຊິງບັນຫາການເປັນ ການຕາຍຂອງຊາດລາວ.

      ບັດນີ້ພວກເຮົາເຫັນແຈ້ງນຳກັນວ່າ ໄຊຊນະອັນແນ່ນອນຈະເປັນຂອງປະ ຊາຊົນລາວ. ໃນເມື່ອໂອກາດອຳນວຍໃຫ້ ພວກເຮົານີ້  ພວກເຮົາຄວນແລ້ວຈະຕ້ອງສົມທົບກັບມວນຊົນ ຜູ້ມີອຸດົມການຊາດໃຫ້ເປັນພະລັງແຮງຕໍ່ສູ້ໃຫ້ໄດ້ໄຊຊນະໄວທີ່ຈະໄວໄດ້ , ຖ້າບໍ່ແມ່ນເວລານີ້ ພວກເຮົາຈະລໍຖ້າເວລາໃດ ?  ຖ້າບໍ່ແມ່ນພວກເຮົາທີ່ມີຄວາມຮັກຊາດນຳກັນນີ້ ພວກເຮົາຈະຖ້າໃຫ້ໃຜ ?  ບໍ່ມີເທວະດາອົງໃດ ຫລື ຊາດໃດດອກຈະມາຊ່ວຍເຮົາ  ຖ້າເຮົາຫາກບໍ່ເປັນເຮົາເອງເສັຍກ່ອນ , ຖ້າເຮົາຫາກຮ່ວມກັນບຸກເບີກຕໍ່ສູ້ດ້ວຍຄວາມສຸດຈະ ຣິດໃຈເພື່ອຊາດແລ້ວ ເວລານັ້ນຊາດອື່ນແລະສາກົນຈະຍື່ນມືມາຫາເຮົາ , ບັນຫາລາວຕ້ອງແມ່ນລາວເປັນຜູ້ແກ້ໄຂ , ແຕ່ພວກເຮົາກໍອາໄສ ປະເທດເພື່ອນມິດແລະ ສາກົນເຫມືອນກັນ ເພື່ອເລັ່ງລັດໃຫ້ໄດ້ໄຊຊນະມາໃຫ້ປະ ຊາຊົນລາວຢ່າງວ່ອງໄວທັນການ.

8-"ຂະບວນການເພື່ອຊາດລາວ" ມີແຜນອັນໃດ ເພື່ອອະນາຄົດຂອງຊາດ ?
   ຫລັງຈາກໄດ້ສຶກສາຄົ້ນຄົ້ວທົບທວນດ້ວຍເຫດແລະຜົນວ່າ ຈຸດດີແລະຈຸດອ່ອນຂອງການສ້າງຄວາມປອງດອງທີ່ຜ່ານມາ ແລະ ສະພາບການທົ່ວໄປຂອງລາວແລະສາກົນແລ້ວ ໄດ້ເຫັນວ່າ ໃນປະຈຸບັນນີ້ ຕ້ອງເລີ້ມຈາກການປະສານງານສົມທົບໃນວຽກງານຕົວຈິງຮ່ວມກັນ , ການຮ່ວມກັນນີ້ແມ່ນການຮ່ວມແນວຄິດ ຢ່າງມີຄວາມສເມີພາບໃນການວາງແຜນ ໂດຍບໍ່ມີໃຜໄດ້ປຽບແລະເສັຍປຽບຕາມຫລັກປະຊາທິປະໄຕ ມີແຕ່ປະຊາຊົນລາວເທົ່ານັ້ນ ເປັນຜູ້ໄດ້ປຽບແລະໄດ້ໄຊຊນະ, ສ່ວນຫລັກການປະຕິບັດນັ້ນ ແມ່ນ
ທຸກຄົນເຫັນພ້ອມນຳກັນ.  ພວກເຮົາທີ່ຕໍ່ສູ້ດ້ວຍຄວາມບໍຣິສຸດໃຈເພື່ອປະເທດຊາດກໍຄືເພື່ອປະຊາຊົນ ຮູ້ດີວ່າ ລາວເຮົາຕ້ອງການຫຍັງ ?   ຄວາມຕ້ອງການນີ້ ພວກເຮົາເຫັນວ່າທຸກໆຄົນຄົງມີຈຸດດຽວກັນ ຄື : ໃຫ້ມີການປະຕິຮູບການ ເມືອງ, ມີເອກຣາດຂອງຊາດບໍ່ຢູ່ໃຕ້ການຄອບຄອງຂອງຕ່າງດ້າວ , ມີເສຣີປະຊາທິປະໄຕ , ມີຄວາມສາມັກຄີປອງດອງເປັນເອກພາບກັນ ມີຍຸຕິທັມໃນສັງຄົມແລະການຢູ່ດີກິນດີ. ສະນັ້ນ ພວກເຮົາຈຶ່ງຍົກສູງພະລັງທຸກຮູບແບບຂອງປະຊາຊົນລາວຢູ່ໃນແລະນອກປະເທດທີ່ຕໍ່ສູ້ເພື່ອຄວາມເປັນລາວ ໃນການປະຕິຮູບຫັນປ່ຽນການປົກຄອງແລະເຮັດໃຫ້ລາວເປັນເອກພາບຢູ່ໃນວົງສາຄະນາຍາດດຽວກັນ, ຖືເອົາຄວາມສຳ ຄັນວ່າ ລາວຕ້ອງມີ ເອກຣາດຂອງຊາດ, ປະ ຊາທິປະໄຕ ແລະ ສາມັກຄີປອງດອງເປັນເອກພາບ.

ກ-ເອກຣາດຂອງຊາດ : ແມ່ນອະທິປະໄຕ ອັນເປັນສິ່ງສັກສິດຂອງຊາດລາວ ບໍ່ມີຊາດໃດຈະມາແຕະຕ້ອງໄດ້, ລາວຕ້ອງມີເອກຣາດຂອງຊາດໃນດ້ານການເມືອງ ການເສຖກິດ-ສັງຄົມ ອັນສົມບຸນ ຄືບໍ່ໃຫ້ມີກຳລັງຕ່າງດ້າວໃນລາວ, ລົບລ້າງ ສັນຍາຕ່າງໆທີ່ລະເມີດອະທິປະໄຕຂອງລາວໂດຍສະເພາະສັນຍາກັບປະເທດເພື່ອນບ້ານແລະຟື້ນຟູສັນຍາທີ່ມີຜົນ ປໂຍດຕໍ່ລາວ . ລາວບໍ່ມີເອກຣາດຂອງຊາດ ຍ້ອນບໍ່ເປັນຕົວຂອງຕົນເອງ , ສໄມກ່ອນກໍເອົາແບບຕ່າງດ້າວລ່າຫົວເມືອງຂຶ້ນແລະປະຈຸບັນກໍລອກເອົາແບບຜະ ເດັດການຄອມມຸນິດ ມາປົກຄອງ ຊຶ່ງຜິດຕໍ່ຮີດຄອງປະເພນີອັນດີງາມຂອງ ລາວ , ສະນັ້ນລາວຈຶ່ງບໍ່ມີເອກຣາດ ຈຳເປັນຕ້ອງໄດ້ເອົາກຳລັງຕ່າງດ້າວມາປົກປ້ອງຮັກສາ ປະ ເທດເອກ ຣາດອັນ ສົມບຸນທາງການເມືອງຈະໄດ້ຮັບການຄ້ຳປະກັນແທ້ ກໍແຕ່ເມື່ອກຳລັງຕ່າງດ້າວຖອນອອກຈາກດິນລາວຢ່າງສິ້ນເຊິງ.

ຂ-ປະຊາທິປະໄຕ : ແມ່ນ ອຳນາດມາຈາກປະຊາຊົນ ໂດຍປະຊາຊົນແລະເພື່ອປະຊາຊົນ , ແຕ່ຮອດມື້ນີ້ ການປົກຄອງລາວໃນທົ່ວໄປໄດ້ປະ ກາດເປັນທາງການຢ່າງສະງ່າຜ່າເຜີຍ ການໃຊ້ປະຊາທິປະໄຕເພື່ອປະຊາຊົນແຕ່ບໍ່ມີການຄ້ຳປະກັນຫຍັງໃນການປະຕິບັດຕົວຈິງ,ພັກ-ຣັດກໍປະກາດໃຊ້ປະ ຊາທິປະໄຕ ແຕ່ເປັນປະຊາທິປະໄຕ "ລວມສູນ" ທີ່ ມອບອຳນາດໃຫ້ກຸ່ມຄົນຈຳນວນນ້ອຍໆ, ແມ່ນອຳນາດມາຈາກຂັ້ນເທິງ ຄື ກົມການເມືອງຂອງພັກໂທນ ເປັນຜູ້ສັ່ງການ ອອກ"ມະຕິ" ໃຫ້ມາປະຕິບັດ ໃຊ້ຕາງກົດຫມາຍ ເພື່ອປົກຄອງປະເທດ ໂດຍໃຊ້ມາຕການບັງຄັບ ຫລື ປະຕິບັດຕາມອຳເພີໃຈ. ຖ້າຈະໃຫ້ມີປະຊາທິປະໄຕອັນແທ້ຈິງ ຕ້ອງເຮັດທຸກວິຖີທາງໃນການສຶກສາອົບຣົມໃຫ້ປະຊາຊົນຕື່ນຕົວ ເຂົ້າໃຈໃນການໃຊ້ສິດແລະຫນ້າທີ່ໃນການເປັນ ພົລເມືອງດີຂອງຊາດ ໃຫ້ມີສະຕິລະວັງຕົວໃນການຕົວະຍົວະຫລອກລວງ ຫລືຢ້ານກົວອຳນາດອິດທິພົນຂອງກຸ່ມກຳອຳນາດ, ຖ້າປະຊາຊົນຫາກຢ້ານກົວ ບໍ່ຮູ້ຈັກໃຊ້ສິດອັນຊອບທັມຂອງຕົນກໍຫມາຍຄວາມວ່າ ລາວຍັງບໍ່ມີ ປະ ຊາທິປະໄຕ . ສະນັ້ນພວກເຮົາຈະຕ້ອງເຮັດທຸກວິຖີທາງບໍ່ໃຫ້ກຸ່ມກຳອຳ ນາດບໍຣິຫານປະເທດດ້ວຍກົດຫມູ່ ຫລື ດ້ວຍພັກການເມືອງດຽວ. ລາວໃນອະນາ ຄົດຕ້ອງເປັນປະເທດທີ່ນັບຖືກົດຫມາຍ ຄື ການປົກຄອງດ້ວຍກົດຫມາຍອັນຊອບທັມເພື່ອຮັບປະກັນສິດແລະຫນ້າທີ່ຂອງປະຊາຊົນ. ສລຸບແລ້ວປະຊາ ທິປະໄຕ ແມ່ນຮັບຮູ້ຄວາມແຕກຕ່າງ ຮັບຮູ້ແນວຄິດຂອງຜູ້ອື່ນທີ່ມີເຫດແລະມີຜົນ, ດັ່ງນັ້ນຢູ່ປະເທດຈະເຣີນກ້າວ ຫນ້າ ເຂົາ ຈຶ່ງມີຫລາຍພັກການເມືອງ.

ຄ-ເອກພາບຂອງຊາດ : ລາວຕ້ອງເປັນອັນຫນຶ່ງອັນດຽວກັນ ຈະແມ່ນສ່ວນດິນດອນຕ່ອນຫຍ້າ ກໍ່ຄື ສ່ວນພົລເມືອງ, ປະເທດລາວຕ້ອງເປັນປະ ເທດເອກພາບແລະເປັນຂອງຄົນລາວທຸກຖ້ວນຫນ້າ , ແຕ່ຈະເປັນເອກພາບກັນໄດ້ກໍຕໍ່ເມືອຜືນແຜ່ນດິນລາວມີການຈັດຕັ້ງລະບົບການປົກຄອງໃນສ່ວນປະເທດ ແລະ ສ່ວນພູມີພາກຖືກຕ້ອງຕາມກົດ ຫມາຍສາກົນແລະ ກໍຕໍ່ເມື່ອຜືນແຜ່ນດິນນັ້ນຄົບຖ້ວນແທ້ , ຕ້ອງມີການສຳຣວດເຂດນ້ຳດິນແດນແລະທົບທວນສັນຍາທຸກໆສະ ບັບກ່ຽວກັບເຂດແດນອັນຄົບຖ້ວນ ບໍ່ໃຫ້ມີການລັກ ລອບຈາກປະເທດເພື່ອນບ້ານ , ເພາະດິນລາວອັນກວ້າງໃຫຍ່ກໍ່ ໄດ້ກຸດຫ້ຽນ ໄປຫລາຍແລ້ວຍັງເຫລືອແຕ່ 236 800 ກິໂລແມ້ດມົນທົນ , ແຕ່ບໍ່ຮູ້ວ່າດຽວນີ້ ຍັງເຫລືອຢູ່ເທົ່າ ໃດ ?  ນອກ ຈາກເຂດນ້ຳດິນແດນແລ້ວ  ປະຊາຊົນ ພົລເມືອງຕ້ອງເປັນເອກພາບກັນລະຫວ່າງເຂດແຂວງ ຕ້ອງສາມັກຄີສເມີພາບລະຫວ່າງທຸກຊົນເຜົ່າມີສິດເທົ່າທຽມກັນຕໍ່ ຫນ້າກົດຫມາຍ.  ການໄຂກວ້າງທາງເສຖກິດເພື່ອສວຍໂອກາດກອບໂກຍ ແລະເພື່ອແກ້ຕົວຊົ່ວຄາວ, ເພື່ອຂໍຄວາມຊ່ວຍເຫລືອນຳສາກົນຫລືໃຫ້ມາລົງທຶນນັ້ນ ບໍ່ພຽງພໍທີ່ຈະເຮັດໃຫ້ລາວກ້າວ ຫນ້າ ເພາະມັນຂາດຄວາມເປັນເອກພາບແລະການໄຂກ້ວ້າງທາງການເມືອງ ຊຶ່ງມີຄວາມຈຳເປັນທີ່ຈະຕ້ອງເປັນຄູ່ ກັນກັບການເປີດກວ້າງດ້ານເສຖກິດທີ່ເປັນເຫທືອນຕ່ອງໂສ້ເກາະຫ້ອຍກັນສເມີໄປແລະເປັນ ຕົ້ນຕໍຂອງຄວາມເປັນເອກພາບແລະປະຊາທິປະໄຕອັນແທ້ຈິງ.

   ຖ້າທຸກໆຄົນມີຈຸດປະສົງອັນດຽວກັນແລ້ວ ແລະເພື່ອຈະໄດ້ແນວນີ້ພວກເຮົາລາວຮ່ວມຊາດດຽວກັນຢູ່ພາຍໃນແລະ ນອກປະເທດຕ້ອງມີຄວາມເສັຍ ສລະຄືຮັບຮູ້ຄວາມແຕກຕ່າງ ຜ່ອນສັ້ນຜ່ອນຍາວໃຫ້ກັນໂດຍບໍ່ຈຳແນກກາດເຊື່ອຖື , ຫລີກເວັ້ນແຍວຄຶດຕາຍຕົວ ແບບ "ມີເຈົ້າແລ້ວບໍ່ມີຂ້ອຍ" ແລະການຜິດຖຽງແບບເຫັນແກ່ຕົວ ແລ້ວມາຮ່ວມແຮງຮ່ວມໃຈກັນຕໍ່ສູ້ຕາມຫລັກປະ ຊາທິປະໄຕເພື່ອຄວາມສຸກຂອງປະຊາຊົນເທົ່ານັ້ນ.

9-ການຮ່ວມສາມັກຄີປອງດອງກັນເພື່ອອະນາຄົດຂອງລາວ ແມ່ນດ້ວຍວິທີໃດ  ?
     ອາດມີຫລາຍທ່ານຈະຖາມວ່າ ພວກຜະເດັດການວຽງຈັນ ປະຈຸບັນຈະໄປລົມກັບໃຜເພື່ອຄວມປອງດອງສາມັກຄີກັນ. ຖ້າທຸກຄົນຫລືທຸກພັກຟ່າຍມີຄວາມບໍຣິສຸດໃຈເພື່ອປະເທດຊາດແລະປະຊາຊົນລາວ, ຕ້ອງຮູ້ວ່າ ລາວມີແຕ່ສອງຟ່າຍເທົ່ານັ້ນ ຄືຟ່າຍ ເສຣີປະຊາທິປະໄຕ ແລະຟ່າຍ ຜະເດັດການ ຄອມມຸນິດ ; ພວກເຮົາ "ຂະບວນການເພື່ອຊາດລາວ" ເປັນຟ່າຍເສຣີ , ຖ້າບຸກຄົນຫລືພັກຟ່າຍໃດ ປາຖນາຢາກໃຫ້ລາວມີເສຣີພາບກໍຮ່ວມຢູ່ນຳກັນເພື່ອໂຮມໃຫ້ເປັນພະລັງແຮງ. ພວກໃດມັກລະບອບຜະເດັດການຄອມມຸນິດກໍຮ່ວມກັບຄອມມຸນິດ , ເພາະພວກເຮົາຮັບຮູ້ທຸກພັກຟ່າຍ ຄືຮັບຮູ້ ຄວາມແຕກຕ່າງແລະການເຊື່ອຖືໃນອູດົມການຫລືການເມືອງໃດການເມືອງນຶ່ງ  ບໍ່ເປັນອຸປສັກໃນການສ້າງຄວາມສາມັກຄີປອງດອງກັນ, ແຕ່ທຸກຟ່າຍຕ້ອງມີຈຸດປະສົງດຽວກັນ ຄືເລີ້ມຈາກການເຮັດໃຫ້ປະຊາຊົນມີສິດທຸກຢ່າງໃນ ຄວາມເປັນລາວ , ທັງສອງຟ່າຍອາດເຂົ້າຮ່ວມກັນປູພື້ນຖານໃນການສ້າງຄວາມເປັນເອກພາບເພື່ອພ້ອມພຽງກັນປະ ຕິຮູບການປົກຄອງ ເສຖກິດແລະສັງຄົມໃຫ້ເຂົ້າກັບສະພາບການຂອງໂລກ ໂດຍສັນຕິວິທີແບບ "ອ້າຍຮູ້ສອງນ້ອງຮູ້ນຶ່ງ" , ດັ່ງນັ້ນອາດຈະເລີ້ມປະສານງານໂດຍມີການຈັດຕັ້ງຮ່ວມຂອງລາວຢູ່ພາຍໃນແລະນອກປະເທດ. ຫລັງຈາກໄດ້ ຮ່ວມປະສານງານໃນການສ້າງຄວາມສາມັກຄີ ປອງດອງກັນແລ້ວ ຈຶ່ງກ້າວສູ່ການແກ້ບັນຫາຂອງຊາດເປັນລະຍະສັ້ນແລະໄລຍະຍາວ , ຕົວຢ່າງ : ການເລືອກຕັ້ງທົ່ວໄປ ຕ້ອງຮ່ວມກັນສຶກສາກວດແກ້ກົດຫມາຍການເລືອກຕັ້ງທີ່ມີຢູ່ແລ້ວ ຫລື ຮຽບຮຽບໃຫມ່ ໃຫ້ເຂົ້າກັບສະພາບການ. ດ້ານພັທນາເສຖກິດແລະສັງຄົມກໍໃຫ້ກ້າວຫນ້າໄປຕາມສໄມໂລກາວິພັດ ເພື່ອປັດເຂັ່ຍຄວາມທຸກຍາກອອກຈາກປະຊາຊົນລາວ ;  ດ້ານການເມືອງການປົກຄອງຕ້ອງຮ່ວມກັນປະຕິຮູບໃຫ້ສອດຄ່ອງຕາມຍຸກສໄມຢ່າງນິ້ມນວນ , ປະຕິບັດເປັນຂັ້ນເປັນຕອນໄປຕາມສະພາບການຂອງໂລກ. ນອກນີ້ພວກເຮົາ ໄດ້ເຫັນແລະໄດ້ປະສົບການຜ່ານມາຫລາຍສິບປີແລ້ວໃນການປົກຄອງລາວຢ່າງຕໍ່ເນື່ອງຂອງພວກລ່າຫົວເມືອງຂຶ້ນ, ປະຈຸບັນແມ່ນລະບອບຜະເດັດການ "ມາກ-ເລນິນ" ຈຶ່ງເຮັດໃຫ້ປະຊາຊົນຕື່ນຕົວ ມີແນວຄິດໃຫມ່ອັນສອດຄ່ອງກັບສະ ພາບການຕາມຍຸກສໄມ .  ສະນັ້ນຈຶ່ງເຫັນວ່າ ປະເທດລາວຕ້ອງປົກຄອງໂດຍລະບອບປະຊາ ທິປະໄຕແບບເສຣີ ຊຶ່ງ ເປັນລະບອບທີເຫມາະສົມແກ່ລາວ . ສ່ວນລະບອບຜະເດັດການນັ້ນຈະເປັນຮູບໃດ ກໍເປັນລະບອບທີ່ຖ່ວງດຶງຄວາມ ຈະເຣີນກ້າວຫນ້າ  ເພາະການນຳພາຢູ່ເຫນືອປະຊາຊົນ  ເຂົາເຈົ້າບໍ່ໄດ້ຮ່ວມອອກຄວາມຄິດຄວາມເຫັນ ບໍ່ໄດ້ໃຊ້ສິດຢ່າງອິສຣະພາບ . ການນຳພາຊຶ່ງປົກຄອງໂດຍພັກການເມືອງດຽວຫລືກຸ່ມຄົນນ້ອຍໆທີ່ບໍ່ໄດ້ຖືກເລືອກຕັ້ງຈາກປະຊາຊົນຢ່າງເສຣີຊຶ່ງສະຖາປະນາຕົນເອງຂຶ້ຍເປັນຜູ້ນຳ, ດັ່ງນັ້ນປະຊາຊົນຂອງບັນດາປະເທດທີ່ປົກຄອງແບບຜະເດັດ ການຈຶ່ງໄດ້ໂຄ່ນລົ້ມລະບອບດັ່ງກ່າວນີ້ຖິ້ມ ຍັງເຫລືອແຕ່ 4 ປະເທດໃນຈຳນວນ 195 ປະເທດສະມາຊິກຂອງອັງການ ສະຫະປະຊາຊາດ.

     ສະນັ້ນໃນເມື່ອພວກເຮົາເຫັນແຈ້ງນຳກັນ ຄວາມບົກຜ່ອງ ຜິດພາດ ລົ້ມແຫລວ ຂອງລະບອບຜະເດັດການ  ພວກເຮົາຕ້ອງຮ່ວມກັນແກ້ໄຂສະພາບການດັ່ງກ່າວ ໂດຍຫັນ ປ່ຽນໄປສູ່ລະບອບເສຣີປະຊາທິປະໄຕ.   ເພື່ອໃຫ້ລາວຈະເຣີນກ້າວຫນ້າ, ການປົກຄອງປະເທດໃນອະນາຄົດຕ້ອງ "ມາຈາກປະຊາຊົນ ໂດຍປິຊາຊົນແລະ ເພື່ອຜົນປໂຍດຂອງປະຊາຊົນ"​. ພວກເຮົາ "ຂະບວນການເພື່ອຊາດລາວ" ຈຶ່ງໄດ້ເນັ້ນຫນັກວ່າ ປະເທດ ລາວຕ້ອງເປັນ "ຣັຖປະຊາທິປະໄຕ" ແບບເສຣີ ໂດຍມີການຮັບປະ ກັນຕາມແນວທາງເສຣີປະຊາທີປະໄຕ ໂດຍມີ "ຣັຖສະພາ" , ມີຜູ້ນຳພາ ຫລື ປະມຸກປະເທດມາຈາກປະຊາຊົນ ຕາມສະພາບການແລະຕາມ ຄວາມມຸ້ງມາດປາຖນາຂອງປະຊາຊົນລາວ ; ສະ ນັ້ນເພື່ອໃຫ້ເຫມາະສົມກັບສະພາບອັນແທ້ຈິງຂອງປະເທດຊາດອັນແສນຮັກຂອງລາວເຮົາ  ເພື່ອອະນາຄົດອັນແຈ່ມໄສ ແລະ ເພື່ອປົດປ່ອຍຄວາມທຸກຍາກອອກຈາກປະຊາ ຊົນລາວ, ຫລັງຈາກມີການປອງດອງກັນແລ້ວ, ພວກເຮົາ ສເນີໃຫ້ມີການອອກສຽງລົງປະຊາມະຕິຂອງປະຊາຊົນເພື່ອເລືອກ ເອົາລະບອບການປົກຄອງລາວໃນອະນາຄົດ ແລ້ວຈຶ່ງພ້ອມພາກັນດັດແປງກົດ ຫມາຍຣັຖທັມນູນ ຫລື ຮຽບຮຽງໃຫມ່ ເພື່ອໃຫ້ ສອດຄ່ອງກັບສະພາບການຂອງໂລກຕາມຍຸກສໄມ.

     ທ້າຍສຸດນີ້ ພວກເຮົາຖືເອົາຄວາມສຳຄັນວ່າປະເທດລາວ ຫລື ແຜ່ນດິນລາວຕ້ອງເປັນຂອງຄົນລາວທຸກຖ້ວນຫນ້າ, ຖ້າພວກເຮົາຮ່ວມກັນ ສ້າງຄວາມສາມັກຄີໄດ້ໄວເທົ່າໃດ  ໂອການທີ່ຈະກ້າວໄປສູ່ໄລຍະສ້າງສາພັທນາຊາດ ໃນດ້ານການປົກຄອງ ການເສຖກິດແລະສັງຄົມ ກໍຍີ່ງໄວຂຶ້ນແລະຈະເປັນໂອກາດທີ່ປະຊາຊົນລາວຈະໄດ້ຮັບຄວາມຫວັງອັນແຈ່ມໄສໃນອະນາ ຄົດ  ພ້ອມທັງຈະມີການຢູ່ດີກິນດີ ມີຄວາມສຸກກາຍສະບາຍໃຈແລະປະເທດອັນແສນຮັກຂອງລາວເຮົາກໍຈະຮຸ່ງເຮືອງຈະເຣີນກ້າວຫນ້າ.

   ດັ່ງນັ້ນພວກເຮົາຈຶ່ງຂໍຮຽກຮ້ອງແລະຕ້ອງການພີ່ນ້ອງລາວທຸກຖ້ວນຫນ້າເພື່ອປະກອບສ່ວນໃນການຕໍ່ສູ້ອັນຖືກ ຕ້ອງແລະເປັນທັມເພື່ອຄວາມເປັນລາວ. ຖ້າທ່ານຫາກເຫັນວ່າທິດທາງເປົ້າຫມາຍທີ່ສເນີມານີ້ ເປັນຜົນ ປໂຍດເພື່ອປະຊາຊົນແລະປະເທດຊາດລາວເຮົາແລ້ວ  ຈຶ່ງຂໍໃຫ້ທ່ານນຳໄປເຜີຍ ແຜ່ ແລະ ພິຈາຣະນາ ເພ່ືອປະກອບສ່ວນໃນທາງຕົງຫລືທາງອ້ອມ ຕາມຄວາມສາມາດ.

ຂໍສະແດງຄວາມນັບຖື ຮັກແພງ ແລະ ປາຖນາດີ.
ຕາງ  ຂະບວນການເພື່ອຊາດລາວ
ປະທານ
ສົມບຸນ ທໍຣະນິນ




Aucun commentaire:

Enregistrer un commentaire