vendredi 30 septembre 2016

Laos," Etat sandwiich" entre la Chine et le Vietnam

Laos," Etat sandwiich" entre la Chine et le Vietnam
ລາວເປັນ "ຊີ້ນກາງຫີບ"
ຣະຫວ່າງຈີນ-ວຽດນາມ ແລະ ບົດບາດຂອງສະຫະຣັດ
ປະທານາທິບໍດີ ຈີນ ສີ ຈິ້ນຜິງ ແລະ ສະຫະຣັດ ບາຣັກ ໂອບາມາ 
       ໃນຍຸກໂລກາວິພັດແຫ່ງການຂຍາຍຕົວຂອງກຳລັງການຜລິດຜົນດ້ານວັດຖຸແລະດ້ານເຕັກໂນໂລຊີ ຂອງສັງຄົມ ມະນຸດແລະເນື່ອງຈາກວ່າສະ ພາບ ການ ຂອງໂລກແລະສະຖານະການໃນພາກພື້ນ ອາຊີ ໄດ້ຫມູນວຽນປ່ຽນແປງ ໄປຢ່າງວອງ ໄວ, ເຫດການດັ່ງກ່າວນີ້ ພາໃຫ້ປະເທດ ເພື່ອນ ບ້ານ ເຂົ້າມາ ມີ ອິດທິພົນແລະອຳ ນາດທາງການເມືອງແລະ ການເສຖກິດໃນ ລາວ; ໂດຍສະເພາະຫລັງຈາກກອງ ປະຊຸມ ຄັ້ງທີ 10 ຂອງ “ພັກປະຊາຊົນປະຕິວັດ“ ຊຶ່ງາຍ ບຸນຍັງ ວໍລະຈິດ ໄດ້ຖືກເລືອກ ໃຫ້ເປັນ ເລຂາທິການພັກ ປະທານປະເທດ ເພື່ອສືບ ກຳອຳນາດຜະເດັດການຄອມມຸນິດ ຂອງ ພວກຜູ້ນຳຊຸດຜ່ານມາ , ທ່ານໄດ້ກ່າວ ສັລ
 
ຊາຍແດນຈີນ-ວຽດນາມ ບ່ອນ 2 ປະເທດນີ້ ສູ້ຣົບກັນ ຊຸມປີ1979, ລາວປະນາມຈີນວ່າ : "ຈີນເປັນສັດຕູນ້ຳເບີ້ 1 ຂອງ 3 ຊາດອິນດູຈີນ"
ເສີນຈີນ ແລະ ວຽດນາມ ທີ່ໄດ້ເຂົ້າມາ ຊ່ວຍ ເຫລືອໃນສໄມຕໍ່ສູ້ ຈັກພັດ ຮອດປະຈຸບັນ ແລະ ປະກາດ ວ່າພວກເຮົາຈະ “ເພີ້ມມິຕ ຜ່ອນສັດຕູ“ , ນອກນີ້ ຫລັງ ຈາກ ສາລ ສາກົນ ຕັດສິນກ່ຽວກັບ ທະເລຈີນໃຕ້ ວ່າ "ຈີນບໍ່ມີສິດທັງຫມົດ ຂອງ ຫມູ່ເກາະດອນພິພາດ ເຊັ່ນ: ປາຣາແຊນ , ສະປຣັສເລ ແລະອື່ນໆ ທີ່ ຟີລິບປີນ,ວຽດນາມ,.ບຣູນາຍ, ມາເລຊີ ພ້ອມ ທັງ ໄຕຫວັນ ໄດ້ອ້າງເປັນກັມສິດ", ແມ່ນ ຟີລິບປີນ ເປັນຜູ້ຟ້ອງ, ຈີນບອກວ່າ ບໍ່ຮັບຮູ້ຄຳພິພາກສາ ຂອງສານສາກົນ, ນາຍທອງລຸນ ສີສຸລິດ ກໍປະກາດພ້ອມ ທ່າທີ ຂອງຈີນ,ເດືອນຫນຶ່ງຕໍ່ມາກໍວ່າ ຈະຂໍເພິ່ງສະຫະຣັດແລະຢູຣົບ,ຫລາຍຄົນວ່າ ລາວອາດຕີຕົວອອກຫ່າງຈີນ ?   ທຸກພຶຕິການ ພາໃຫ້ວຽດນາມ ຄຶດວ່າອຳນາດ ຂອງຕົນໃນລາວ ຈະຕ້ອງ ລຸດຖຽ ລົງ,ຈຶ່ງເຮັດທຸກວິທີທາງໃຫ້ ພັກ-ຣັດ ກົດ ດັນການຂຍາຍອິດທິພົນຂອງຈີນໃລາວ. ນັບແຕ່ມື້ ສ້າງຕັ້ງ ສປປລາວ ເປັນ ຕົ້ນມາ ລາວໄດ້ມີສາຍສຳພັນພິ ເສດ ກັບ ວຽດນາມ ການ ພົວພັນນີ້ ໄດ້ມີມາກາຍເຄິ່ງສັຕວັດແລ້ວ , ດັ່ງ ນັ້ນ ຈຶ່ງເປັນ ໂອກາດໃຫ້ວຽດນາມ  ໃຊ້ອຳ ນາດ ຄວບຄຸມ ຄອບຄອງລາວຄອມມຸນິດ ໃນຊ່ວງເວລາການຕໍ່ສູ້ ຈົນເຖິງປີ 1975  ພວກ ຄອມມຸນິດລາວ ໄດ້ເຫັນ ວ່າ ຍ້ອນ “ ພັກຄອມມຸນິດ ວຽດນາມ“  ຕົນຈຶ່ງ ຍຶດເອົາ ວຽງຈັນ ໄດ້ ແລະຕົນໄດ້ເປັນຫນີ້ບຸນຄຸນແກວ ຕລອດມາ.ເຖິງ ແມ່ນວ່າ ຈີນໄດ້ອູ້ມຊູ “ກຳລັງແນວລາວ“ ໃນເວລາດຽວ ກັນກໍ່ຕາມ. ນອກນີ້ ເມື່ອວັນທີ ວັນທີ 18 ຊຸຍເຢ (7) 1977
 .       
ລາວແລະວຽດນາມ ໄດ້ ເຊັນ ສັນຍາ  ມິຕພາບແລະການ ຮ່ວມມື ແບບ ພິເສດເຫມືອນ ກັບວ່າມອບ ອຳນາດ ທຸກ ຢ່າງ ໃຫ້ແກວແດງ, ຊຶ່ງເປັນເຫດ ໃຫ້ ມີ ຄວາມເຄັ່ງຕຶງລະຫວ່າງ ລາວແລະ ຈີນ. ການ ເຄັ່ງຕຶງໄດ້ເພີ້ມທະວີ ຂຶ້ນ
ເວລາ ລາວ ສນັບສນູນ ວຽດນາມ ເຂົ້າຍຶດ ຂເມັນ ເມື່ອເດືອນ ທັນວາ (12) 1978 ແລະເມື່ອແກວ ເຂົ້າໄປຮຸກຮານ
ລ່ວງລ້ຳ ເຂດແດນຈີນ ພາກໃຕ້ ເມື່ອເດືອນ ມິນາ 1979, ຈຶ່ງໄດ້ຖືກຈີນ ລົງມື ໂຕ້ຕອບຍິງ “ສັ່ງສອນ“  ຢ່າງ ຫນັກ, ໃນ ຂນະດຽວກັນ ລາວຫມົດ ຫົນທາງເລືອກ ຈຶ່ງໄດ້ປະກາດ ພ້ອມວຽດນາມ  ວ່າ : “ຈີນເປັນສັດຕູນ້ຳເບີ້ ຫນຶ່ງ ຂອງ ປະ ຊາຊົນສາມຊາດອິນດູຈີນ“.ມື່ອມີການພັງທະລາຍ ຂອງ ລະ ບອບ ຜະເດັດການຄອມມຸນິດໃນພາກພື້ນ ຢູຣົບ ເວັນອອກແລະສະຫະ ພາບ ໂຊວຽດຣັດເຊັ ແຕ່ຊຸມ ປີ 1989 ເປັນ ຕົ້ນມາ, ປະກົດວ່າ ລາວໄດ້ຜ່ອນ ການ ເພິ່ງ
ພາ ຈາກວຽດນາມ ແລ້ວກໍໄດ້ຕິດຕໍ່ ສະຫະຣັດ, ຈີນແລະ ກຸ່ມ ອາຊຽນ, ເພາະການຊ່ວຍຈາກ ວຽດນາມ ໄດ້ລົດນ້ອຍ ຖອຍ ລົງ, ລາວຈຶ່ງ ຈຳເປັນ ອ່ວຍ ຫນ້າຫາປະເທດ ນາຍ ທຶນ. ເມື່ອ ສົງ ຄາມ ເຢັນສິ້ນສຸດລົງ ປະເທດທີ່ມີການ ພົວ ພັນ ສຳຄັນກັບລາວກໍ ແມ່ນວຽດນາມ, ໄທແລະ ຈີນ. ເຖິງ ຢ່າງໃດ ການ ຜູກ ພັນຣະຫວ່າງຜູ້ນຳລາວແລະວຽດນາມ ຈະບໍ່ສາມາດ ລືມໄດ້ໂດຍສະເພາະ ດ້ານປ້ອງ ກັນປະເທດ ແລະຮັກ ສາ ຄວາມສະງົບ. ນອກນີ້ ນາຍ ບຸນຍັງ ວໍລະ ຈິດ  ກໍຍັງ ຍຶດຫມັ້ນສີບຕໍ່ການ ປົກຄອງ ແບບຜະເດັດການແລະປະ ກາດ ວ່າຈະຢູ່ເປັນກາງລະຫວ່າງ ຈີນ ແລະ ວຽດນາມ ; ສວ່ນຈີນກໍໄດ້ຜູກພັນ ກັບບັນດາ ຜູ້ນຳໃຫມ່, ນາຍ ວັງຢີ ຣັຖມົນ ຕີ ຕ່າງປະເທດຈີນ ກ່າວເມື່ອປະຊຸມ ASEAN ເດືອນ ສິງ ຫາ(9) ປີ 2016 ວ່າ "ຈີນອ້າແຂນຮັບ ລາວ ແລະຈະຊ່ວຍ ທຸກຮອບດ້ານ",  ກໍຍ້ອນວ່າ ຜົນ ປໂຍດ ຂອງຈີນມີ 3 ປະ ເດັນ :
1.-ດ້ານຍຸດທະສາດທີ່ຈີນມີຄວາມສຳພັນກັບປະເທດໃກ້ຄຽງຄື ຈີນຕ້ອງປັດເຂັ່ອິດທິພົນຂອງປະເທດອື່ນໆໃນລາວ
ເປັນຕົ້ນແມ່ນ ວຽດນາມ ແລະ ໄທ ,
2.-ເອົາປະເທດລາວເປັນທາງຜ່ານຂອງສິນຄ້າຈີນອອກໄປສູ່ຕລາດສິນຄ້າໄທແລະປະເທດໃນອາຊີອາຄະເນ ; ນັບ ຕັ້ງແຕ່ 10 ກວ່າປີຜ່ານມາ  ຈີນໄດ້ເລີ້ມໃຫ້ຄວາມສຳຄັນໃນການພັທນາ ສ້າງຖນົນ ແຕ່ຈີນຫາໄທ ໂດຍຜ່ານລາວ,  
3.-ຈີນມີຄວາມຕ້ອງການໃຫ້ລາວສົ່ງວັດຖຸດິບຫລືຊັພຍາກອນທັມຊາດເຂົ້າໄປຈີນເຊັ່ນ : ໄມ້, ເຫລັກ, ທອງ, ບົກຊິກ, ຄຳແລະແຮ່ທາດຕ່າງໆ, ພ້ອມທັງເຊົ່າດິນເພື່ອປູກພືດຜົນ, ພັທນາເປັນເຂດ ເສຖກິດພິເສດ ປຸກໂຮງແຮມ ກາຊີໂນ ແລະອື່ນໆຫລາຍແສນເຮັກຕາໃນກຳນົດ ຍາວນານ 99 ປີ.
      ເມື່ອປີ 1997 ລາວໄດ້ຮ້ອງຂໍໃຫ້ຈີນຊ່ວຍອູ້ມຊູເສຖກິດໂດຍສະເພາະຊ່ວຍຄ້ຳປະກັນເງິນກີບ ທີ່ມີຣາຄາຕົກຕ່ຳ ທີ່ສຸດແລະຂໍເພີ້ມການຊ່ວຍເຫລືອແລະຢືມເງິນໂດຍບໍ່ມີດອກເບັ້ຍ. ເມື່ອປີ 2000 ເປັນຄັ້ງທຳອິດທີ່ປະທານປະເທດ ຈີນໄປຢາມລາວ, ນອກນີ້ຕາມຕົວເລກຂອງທະນາຄານພັທນາ ອາຊີໄດ້ແຈ້ງວ່າການຄ້າລາວແລະຈີນມີການຂຍາຍ ຕົວຈາກ 890 ລ້ານ ປີ 1999 ໄປເຖິງ 5 ພັນ ລ້ານໂດລາເມື່ອປີ 2015  ໂດຍແມ່ນຈີນໄດ້ຮັບຜົນປໂຍດຫລາຍ ທີ່ສຸດ ແລະເຮັດໃຫ້ຈີນເປັນປະເທດ ທີ່ມີການຄ້າກັບລາວໃນອັນດັບທີ 2 ແລະຈະຂຶ້ນເປັນອັນດັບ ທີນຶ່ງ. ຕາມລາຍງານ ຂ່າວ “ຊິນຮົ່ ຂອງພັກຄອມມຸນິດຈີນວ່າ ຈີນໄດ້ຊ່ວຍລາວປີ 1988-2001 ມີເຖິງ 2 ພັນລ້ານໂດລາ , ເດືອນ ຊວງ (6) ປີ2005 ຈີນໄດ້ລົບລ້າງຫນີ້ສິນສ່ວນໃຫຍ່ອອກຈາກລາວ. ຄວາມສຳຄັນຂອງຈີນດ້ານເສຖກິດ ໃນລາວ ໄດ້ ຖືກ ຮັບຮູ້ຈາກກອງປະຊຸມໃຫຍ່ຂອງພັກຄັ້ງທີ 7 , ສຫ ບຸນຍັງ ວໍຣະຈິດ ນາຍົກຣັຖມົນຕີ ສໄມນັ້ນກ່າວວ່າ : ເພື່ອຈະ ລຸດ ຜ່ອນຄວາມທຸກຍາກອອກຈາກລາວໃນປີ 2020 ຕາມເປົ້າຫມາຍນັ້ນ ພວກເຮົາຕ້ອງຂຍາຍຄວາມສຳພັນດ້ານ ເສຖ ກິດ ກັບຈີນ. ດັ່ງນັ້ນການຂຍາຍເສຖກິດຂອງຈີນໃນ ລາວ ອາດມີ 3 ເຫດຜົນ ຄື : 1.ກ່ອນອື່ນແມ່ນທາງຕ້ອງການວັດຖຸທັມຊາດ, 2.ສິນຄ້າຈີນມີຣາຄາຕ່ຳ ສາມາດຂຍາຍແຂ່ງ ຂັນ ກັບ ສິນຄ້າ ໃນທ້ອງ ຕລາດລາວ , 3.ລາວມີການຟືດເຄືອງໃນການຮັບເອົາການ ຊ່ວຍ ຈາກຕ່າງປະເທດເຊັ່ນ ອົສຕຣາລີ, ຟຣັ່ງ, ຍີ່ປຸ່ນ, ເຍ ຮະມັນແລະອົງການສາກົນຕ່າງໆ ເພາະການຊ່ວຍນີ້ເຮັດໃຫ້ມີການຂັດໃຈ, ຍ້ອນພັກ-ຣັດ ບໍ່ຍອມຮັບ ເອົາ ການ ກົດດັນໃຫ້ລາວນັບຖື ສິດທິມະນຸດ ,ໃຫ້ມີເສຣີປະຊາທິປະໄຕໃນລາວ ,ໃຫ້ມີການປ່ຽນແປງການປົກຄອ; ແຕ່ ກົງກັນ ຂ້າມ ຈີນໃຫ້ການຊ່ວຍເຫລືອລາວໂດຍບໍ່ມີເງື່ອນໄຂໃດໆແລະບໍ່ຫວັງເອົາຜົນປໂຍດຫຍັງຕອບແທນ.ຈີນແລະ ວຽດ ນາມເປັນຄູ່ແຂ່ງຂັນກັນໂດຍໃຊ້ພິກໄຫວ ເພື່ອສ້າງອິດທິພົນໃນລາວ , ໃນປະຈຸບັນ ຄວາມຜູກພັນກັນ ທາງສ່ວນ ຕົວ ຣະຫວ່າງຜູ້ນຳຂອງທັງສອງພັກຄອມມຸນິດ ລາວແລະວຽດນາມ ໃຫ້ຄວາມແນ່ນອນວ່າແກວ ເປັນຜູ້​ມີ ອິດທິພົນ ຫລາຍທີ່ສຸດໃນລາວ, ແຕ່ສະ ພາບການດັ່ງກ່າວຄົງ ຈະ ບໍ່ຢູ່ໃນຮູບນີ້ເລື້ອຍໄປ. ການສັບປ່ຽນແລະ ເພີ້ມ ສະມາ ຊິກ ສູນກາງພັກ ໃນກອງ ປະຊຸມຄັ້ງທີ 10 ຜ່ານມາແລະ ໄດ້ເຫັນຮຸ້ນຄົນເກົ່າພົ້ນຈາກຕຳ ແຫນ່ງ ແລະ ເພີ້ມ ຄົນຮຸ້ນ ໃຫມ່ ອາດຈະມີ ການປ່ຽນແປງ, ແຕ່ປ່ຽນແບບໃດຈຶ່ງຈະເຂົ້າກັບສະພາບການຂອງໂລກ ?  ນອກ ນີ້ຈີນ ມີຄວາມສາ ມາດຊ່ວຍລາວໄດ້ທຸກຢ່າງແລະຈະຊ່ວຍຫລາຍກວ່າວຽດນາມ  ເພາະເສຖກິດຂອງຈີນມີຄວາມ ສຳຄັນຫລາຍ ກວ່າ ວຽດນາມ, ດຽວນີ້ ຈີນໄດ້ເພີ້ມທຶນການສຶກສາ  ທຶນອົບຣົມວິຊາການ ແລະອື່ນໆອີກຫລາຍສິບພັນທຶນ. ພ້ອມດຽວ ກັນ ຈີນໄດ້ຊ່ວຍປັບປຸງການຂາດເຂີນໃນກອງທັບແດງໃຫ້ແກ່ລາວ, ຈະສ້າງທາງຣົດໄຟ ເປັນມູນ ຄ່າ 7  ພັນ ກວ່າ ລ້ານໂດລາ ສະຫະຣັດ.
       ໃນການແຂ່ງຂັນອິດທິພົນກັນນີ້  ຈີນມີແຜນ ຍາວນານ ຄືຕຽມໃນການຄອງຄອຍຖ້າ ຈົນກວ່າ ຄວາມຜູກພັນ ຂອງ ​ບັນດາຜູ້ນຳລາວກັບວຽດນາມ ຈະຈືດຈາງລົງ ,ຈີນກຳລັງເອົາໃຈຜູ້ນຳຮຸ້ນໃຫມ່ ໂດຍ ສົ່ງບັນດາຜູ້ນຳ ນຸ່ມ ໄປ ທັສນະສຶກສາ ທ່ອງທ່ຽວ ອົບຣົມການເມືອງ ການທະ ຫານແລະວິຊາຊີບຊ່ວຍໂຄງການຕ່າງໆໃຫ້ເກີດ ຜົນ ໂດຍ ໃຊ້ພາຫານະ​ຫນ້ອຍທີ່ສຸດ. ຜ່ານມາຈີນໄດ້ ສ້າງໂຄງການຫລາຍຢ່າງ ເປັນຕົ້ນ ຫໍວັທນະທັມ , ສ້າງສນາມກິລາ “ຊີ
ເກມ“ ປີ 2009  ຊຶ່ງລາວເປັນ ເຈົ້າພາບ, ສ້າງທາງເລກທີ  3 ອາ ຈາກມົນທົນຢຸນນານເຂົ້າແຂວງຫລວງນ້ຳ ທາ ເສື່ອມຕໍ່ໄປຫາໄທ, ສ້າງນິຄົມອຸດສາຫະກັມແລະ “ໄຊນາທາວ“ , ສ້າງອູ່ສ້ອມເຮືອບິນ ຢູ່ ວັດໄຕ, ສ້າງອາຄານ 30 ຊັ້ນ ໃສ່ ບຶງທາດຫລວງ ຈະສ້າງທາງຣົດໄຟແຕ່ຂຸນມິງຫາວຽງຈັນເຂົ້າຫາໄທ, ສ້າງຕຶກສູນກາງພັກ... ຈີນຮູ້ດີວ່າ ວຽດນາມເຂົ້າມາເຊົ່າ ແລະ ຍຶດ ເອົາດິນລາວທາງພາກໃຕ້ , ຈີນຈຶ່ງເຂົ້າໄປຂໍ ຂຸດຄົ້ນ ບໍ່ແຮ່“ບົກຊິກ“ ແລະ ແຮ່ທາດ ອື່ນໆ, ລວມຄວາມແລ້ວ ຈີນກັບແກວແດງປັນເອົາດິນລາວ ຄືພາກເຫນືອເປັນຂອງຈີນແລະພາກໃຕ້ເປັນຂອງ ແກວ ແດງ. ປະຈຸບັນນີ້ຊາວແກວເຂົ້າມາຢູ່ລາວເຖິງ 2 ລ້ານ ກວ່າ ຄົນແລະໄດ້ສັນຊາດລາວ ກາຍລ້ານຄົນ.
      ບັນຫາຂອງລາວທີ່ບໍ່ເປັນຕົວຂອງຕົນເອງ ໃນທຸກ ດ້ານ ໂດຍສະເພາະດ້າເຮັດໃຫ້ລາວຕ້ອງຕົກຢູ່ໃນສະ ພາບ ເປັນ ປະເທດຂໍທານ ຢູ່ຕລອດມາ. ດັ່ງ ນັ້ນຕາມ ນັກສັງເກດການສາກົນແຈ້ງວ່າ ອາດບໍ່ເຖິງ 10 ປີ ຈີນ ຄົງ ເປັນປະ ເທດທີ່ມີການຄ້າສຳຄັນກັບລາວ ແລະ ຈະ ນຳ ເງິນຕຣາຕ່າງປະເທດເຂົ້າມາລາວ , ສະນັ້ນ ຈີນ ອາດເປັນມິຕ ປະ ເທດສຳຄັນນ້ຳເບີ້ 1 ຂອງລາວ.
      ເມື່ອເປັນດັ່ງນີ້ ການເສັຫາຍຂອງແກວແດງຄົງມີຫລາຍ ເປັນຕົ້ນແຜນກືນກິນ ລາວຕາມພິໄນກັມ ຂອງ" ໂຫຈິ ມິນ" ຄົງ​ຈະລົ້ມແຫລວ , ນອກນີ້ແກວອາດຫມົດອິດທິພົນໃນກຳພູຊາອີກ .  ເວລາທີ່ແກວ ຍັງມີອິດທິພົນຢູ່ນີ້ ເຂົາໄດ້ ກົດດັນຫນີບໃຫ້ລາວສະສາງສະມາຊິກພັກທີ່ນິຍົມຈີນເຊັ່ນ ເອົາໄປ “ສ່ອງແສງ“ຫລືເອົາໄປປົວຢູ່ ຮາໂນຍ (ຂ້າຖີ້ມ) ,
ນອກນີ້ແກວອາດຈະສເນີທາງເວທີສາກົນໃຫ້ລາວເປັນ “ເຂດປອດທະຫານ“ ເພື່ອຫລີກເວັ້ນບໍ່ໃຫ້ຈີນເອົາລາວ ເປັນ “ເຂດຍຸດທະສາດ“ ຫລືມາຕັ້ງ ກອງທັບ ໃນລາວ.  ເມື່ອຈີນກັບແກວຍາດແຍ່ງກັນເຊັ່ນນີ້ ແລະການຍາດແຍ່ງ ອາດ ຈະຮ້າຍແຮງ ເວລານັ້ນ ບັນຫາລາວອາດຟື້ນຂຶ້ນເປັນບັນຫາສາກົນ, ມະຫາອຳນາດແລະ ອົງການສະຫະປະຊາ ຊາດ ກໍ ຈະເອົາເຣື້ອງຂອງລາວຂຶ້ນມາ ພິຈາຮະນາ ຫລື ອາດຮຽກກອງປະຊຸມສາກົນກໍ່ເປັນໄດ້, ນັກສັງເກດການ ສາກົນ ເຫັນວ່າ ສະຫະຣັດ ອາດເຫັນພ້ອມແລະຈະຊຸກຍູ້ . ເວລານັ້ນ  ພວກເຮົາ “ຂະບວນການເພື່ອຊາດລາວ“ ແລະບັນດາການຈັດຕັ້ງ ພ້ອມດ້ວຍມວນຊົນລາວ ຜູ້ຮັກຊາດ ທີ່ຕໍ່ສູ້ເພື່ອ ຄວາມເປັນລາວ,ໃຫ້ລາວມີ ເອກຣາດ ຂອງ ຊາດ ບໍ່ຢູ່ໃຕ້ອຳນາດຕ່າງຊາດ ກໍ່ຈະມີບົດບາດຕໍ່ວ່າຕໍ່ຂານ ເພື່ອ ໃຫ້ມີ ກົດຫມາຍສາກົນຫລື ສັນຍາຄ້ຳປະກັນຄວາມ ເປັນ ເອກຣາດ ອັນຄົບຖ້ວນຂອງລາວ ເພື່ອເຮັດໃຫ້ລາວເຂົ້າກັບສະພາບການຂອງໂລກ. ເວລານັ້ນ ມະ ຫາອຳນາດ ເຊັ່ນ ສະຫະຣັດ, ບັນດາປະເທດຢູຣົບແລະເພື່ອນມິດຊຶ່ງ ມີສ່ວນຮັບຜິດຊອບ ໃນການປະຕິບັດ ສັນຍາດັ່ງກ່າວ ຕ້ອງ ຍື່ນມືເຂົ້າມາມີ ບົດບາດ. ບັນຫາທີ່ກ່າວມານີ້ ອາດມີປະເທດ ຫລື ອົງການໃດນຶ່ງຢູ່ເບື້ອງຫລັງຂອງວຽດນາມ. ຜູ້ ຮ່ວມງານ ພວກເຮົາຢູ່ໃນພື້ນທີ່ແລະຜູ້ສັງເກດການ ສາກົນ ຄຶດວ່າ ອາດຈະແມ່ນການຊຸກຍູ້ຂອງ ສະຫະຣັດ ກໍ່ ເປັນ ໄດ້, ແຕ່ເຮົາລໍເບິ່ງໄປວ່າ ເຫດການຈະເກີດຂຶ້ນແບບ ໃດ ?   ສະນັ້ນ ຈຶ່ງເຫັນວ່າການຍາດແຍ່ງອິດທິພົນລະ ຫວ່າງ ຈີນແລະ ວຽດນາມໃນລາວ ຫາກນັບ ມື້ ນັບມີການ ເຄັ່ງຕຶງ ຮ້າຍແຮງຂຶ້ນເຖິງສາກົນ ກໍ່ຈະເປັນໂອກາດ ອຳນວຍ ໃຫ້ການແກ້ໄຂບັນຫາລາວ ໃນລະດັບສາກົນ, ຕົວຢ່າງ : ອາດຈະມີການພົບປະໂອ້ລົມລະຫວ່າງຜູ້ນຳ ວຽງຈັນແລະ ການຈັດຕັ້ງລາວຢູ່ນອກປະເທດ ຫລື ມີການ ປະຊຸມສາກົນ ກ່ຽວກັບລາວ. ຕາມທີ່ “ຂະບວນການເພື່ອ ຊາດລາວ“ ໄດ້ພົວ ພັນນຳ ອົງການສາກົນແລະນຳຣັຖບານ ຫລາຍປະເທດ ເຂົາເຈົ້າກໍ່ໄດ້ອະທິບາຍ ໃຫ້ຮູ້ ຕາມທີ່ ໄດ້ ກ່າວມາ ນີ້, ດັ່ງນັ້ນ ເຖິງວ່າພັກຟ່າຍໃດຈະມັກຫລືບໍ່ມັກ ມັນຈຳເປັນ ກໍຈະໄດ້ປະ ຕິບັດຕາມ, ເພາະມັນຂຶ້ນກັບ ສະພາບການ ຂອງໂລກແລະສະຖານະການໃນລາວ. ແຕ່ຖ້າລາວ ຫາກບໍ່ ຊອກຫາວິທີແກ້ໄຂຮ່ວມກັນໃນເວລາອັນ ຮີບດ່ວນນີ້ ມັນອາດຈະເປັນໄປໃນຫລາຍແງ່ຫລາຍແບບທີ່ ປະຊາຊົນລາບໍ່ເພິ່ງປາຖນາ , ເພາະແກວແດງເຮັດ ທຸກວິທີ ທາງ ກີດກັ້ນຈີນ ແລະຈີນກໍ່ປະຕິບັດທຸກຢ່າງເຫມືອນກັນ , ດັ່ງ ນັ້ນການ ຂັດແຍ່ງຢ່າງ ຮ້າຍແຮງລະຫວ່າງ2 ປະເທດ ນີ້ ຈະຕ້ອງ ເກີດຂຶ້ນແນ່ນອນ . ເພື່ອຫລີກເວັ້ນການເປັນ ຂ້າທາດ ຂອງ ຕ່າງດ້າວ  ພວກເຮົາຄຶດວ່າລາວທຸກແຫ່ງຫົນ                                                           
ຕ້ອງຮ່ວມເປັນ ເອກພາບກັນໃນແນວຄິດ ໃນສ່ວນ ພົລເມືອງ ແລະພູມີພາກ, ເພາະ ແຜ່ນດິນລາວ ເປັນຂອງຄົນ ລາວທຸກຖ້ວນຫນ້າ , ອາດມີຫລາຍຄົນຖາມວ່າ ຈະໃຫ້ ຜູ້ນຳວຽງຈັນປະຈຸບັນໄປຮ່ວມຫລືລົມນຳໃຜ ? ເພາະເພິ່ນ ວ່າມີຫລາຍການຈັດຕັ້ງ ?   ມັນເປັນຂອງທັມດາ ເພາະ ພວກເຮົານັບຖືປະຊາທິປະໄຕແລະຢູ່ໃນໂລກເສຣີ, ຖ້າ ເປັນອັນດຽວ ເປັນພັກໂທນ ມັນກໍຈະກາຍເປັນ ລະບອບຜະເດັດການ. ພວກເຮົາ "ຂະບວນການເພື່ອ ຊາດລາວ"  ເຫັນວ່າປະຈຸ ບັນນີ້ ລາວມີສອງ ຟ່າຍເທົ່ານັ້ນ  ຄືຟ່າຍເສຣີປະຊາທິປະໄຕ ແລະ ຟ່າຍນິຍົມຄອມມຸນິດ, ພວກເຮົາ ເປັນຟ່າຍເສຣີ ຖ້າບຸກຄົນຫລື ອົງການໃດເຫັນພ້ອມ ກັບ ລະບອບເສຣີ ກໍ່ຮ່ວມກັນເປັນພາຄີ ເພື່ອໂຮມໃຫ້ເປັນ ພະ ລັງແຮງ ເພື່ຶອປະຕິບັດ ເສັ້ນທາງ ສ້າງ​ຄວາມສະມັກຄີປອງດອງກັນ ຊຶ່ງເປັນທິດທາງແລະເປົ້າຫມາຍ ທີ່ປະຊາ ຊົນລາວປາຖນາ, ພວກສັງຄົມນິຍົມຄອມມຸນິດ ກໍ່ຮ່ວມກັບຄອມມຸນິດ, ເພາະ ພວກເຮົາຮັບຮູ້ທຸກ ພັກຟ່າຍ , ຮັບຮູ້ ຄວາມແຕກຕ່າງແລະການເຊື່ອຖື, ແລະເຫັນວ່າ ການເຊື່ອຖື ອຸດົມການເມືອງໃດ ການເມືອງນຶ່ງ  ບໍ່ເປັນ ອຸປ
ສັກ ໃນການ ສ້າງຄວາມສາມັກຄີປອງດອງກັນ , ແຕ່ທຸກ ຟ່າຍຕ້ອງ ມີ ຈຸດດຽວກັນເພື່ອຊາດລາວ ຄືເຮັດໃຫ້ ປະຊາ ຊົນ ມີສິດທຸກຢ່າງໃນຄວາມເປັນລາວ, ທັງ 2 ຟ່າຍ ຈະຕ້ອງຮ່ວມກັນ ປູພື້ນຖານໃນການສ້າງຄວາມເປັນ ເອກພາບ  ໃນ ແນວຄິດ ເພື່ອພ້ອມກັນປະຕິຮູບ ການປົກຄອງແລະການເສຖກິດ ໂດຍດ່ວນ, ໃຫ້ລາວມີເອກຣາດ ຂອງຊາດ ບໍ່ ຢູ່
ໃຕ້ອຳນາດຕ່າງດ້າວ ເພື່ອໃຫ້ເຂົ້າ ກັບສະພາບການຂອງໂລກ ຕາມ ຍຸກສໄມ. ດ້ວຍເຫດນີ້  ພວກເຮົາ ຈຶ່ງຂໍຮຽກ  ຮ້ອງຫາມວນ ຊົນລາວຜູ້ຮັກຊາດ ທຸກຖ້ວນຫນ້າ ແລະ​ບັນດາການຈັດຕັ້ງຢູ່ທຸກທະວີບ ຢູ່ໃນແລະ ນອກປະເທດ ຈົ່ງ ຮ່ວມກັນດ່ວນ ເພື່ອຫ້າງຫາຮັບເອົາ ສະພາບການແລະ ຄວາມຮັບຜິດຊອບຕໍ່ປະເທດຊາດ ອັນແສນຮັກແລະ ຫວງ ແຫນຂອງລາວ ເຮົາ, ເພາະເວລາ ອັນໃກ້ນີ້ ເຫດການອັນບໍ່ ຄາດຄຶດ ອາດເກີດຂຶ້ນ .ພວກເຮົາພ້ອມແລ້ວຈະຮ່ວມ
ປຶກສາຫາລື ຮ່ວມ ແນວ ຄິດ ຈິດໃຈແລະຮ່ວມມືນຳ ທຸກ ພັກຟ່າຍ ການຈັດຕັ້ງ ແລະ ພີ່ ນ້ອງລາວທຸກຖ້ວນ ຫນ້າ ໂດຍ ບໍ່ຈຳແນກເຊື້ອຊັ້ນ ວັນນະ ຊົນເຜົ່າແລະ ການເຊື່ອ ຖື ໃດໆ, ບໍ່ຈຳແນກຄົນລະບອບ ເກົ່າ ຫລື ລະບອບ ໃຫມ່ ຢູ່ໃນ ແລະ ນອກປະເທດ ເພື່ອ ມາຊອກສ່ອງທາງ ຮ່ວມ ກັນແກ້ ໄຂບັນຫາ ວິກິການ ໂດຍ ສັນຕິວິທີ ຄືດ້ວຍ ເຫດ ແລະດ້ວຍຜົນ ປາສຈາກ ການຮຸ່ນແຮງເປັນປໍຣະປັກ ແລະທຳລາຍ ຊັບສິນຂອງພີ່ ນ້ອງ ລາວ ໂດຍຖືເອົາວ່າ ປະ ເທດລາວ ເປັນ ຂອງຄົນລາວທຸກ ຖ້ວນ ຫນ້າ , ທັ້ງນີ້ກໍ່ ເພື່ອເຮັດໃຫ້ປະຊາຊົນລາວພົ້ນອອກ ຈາກຄວາມທຸກຍາກ ດ້ອຍພັທນາ ,ໃຫ້ ມີຄວາມສຸກກາຍສະບາຍໃຈແລະມີ ຄວາມ ຫວັງອັນແຈ່ມໄສໃນ ອະນາຄົດ ແລະໃຫ້ປະເທດ ຊາດ ມີຄວາມຈະເຣີນຮຸ່ງເຮືອງເຫມືອນ ກັບ ປະເທດ ທີ່ ສີວິໄລໃນໂລກ.
      ສຸດທ້າຍນີ້ເພື່ອອະນາຄົດຂອງລາວ ,ພວກເຮົາຂໍຮຽກຮ້ອງໃຫ້ຜູ້ນຳຜະເດັດການ ຈົ່ງນຳເອົາ ຄຳສເນີນີ້ໄປສຶກສາ ພິຈາຣະນາເພື່ອເຮັດໃຫ້ລາວພົ້ນອອກຈາກວິກິການນີ້ແລະໃຫ້ລາວທຸກ ແຫ່ງຫົນຮ່ວມກັນເປັນເອກພາບ ເຂົ້າ ໃນ ວົງສາຄະນາຍາດດຽວກັນ ດ້ວຍຄວາມບໍຣິສຸດໃຈ ເພື່ອຮ່ວມກັນ ສ້າງລາວໃຫ້ຈະເຣີນກ້າວຫນ້າ ,ໃຫ້ ລາວມີເອກ ຣາດຂອງຊາດ ບໍ່ຢູ່ໃຕ້ອຳນາດຂອງຕ່າງດ້າວ ແລະ ໃຫ້ປະຊາຊົນ ມີຄວາມສຸກກາຍສະບາຍໃຈ ໄດ້ຢູ່ດີກິນດີ ມີຍຸຕິ ທັມໃນສັງຄົມແລະ ມີຄວາມຫວັງອັນແຈ່ມໄສໃນອະນາຄົດ . ແຕ່ຖ້າຫາກພັກ-ຣັດຍັງເມີນເສີຍ ຕໍ່ໂຊກຊະຕາອະນາ ຄົດຂອງປະຊາຊົນ ແລ້ວ ພວກເຮົາຈະ ສືບຕໍ່ຮ່ວມກັບປະຊາຊົນຊົນລາວຜູ້ຮັກຊາດ ທຳກາສູ້ຊົນເລື້ອຍໄປ ຈົນກວ່າ ຈະ ມີການຫັນປ່ຽນທິດທາງການປົກຄອງໃນລາວ ທັງນີ້ກໍເພື່ອໃຫ້ປະເທດຊາດອັນແສນຮັກຂອງພວກເຮົາພົ້ນອອກ ຈາກ ຄວາມທຸກຍາກ.ໃຫ້ປະຊາຊົນມີຄວາມສຸກ ມີຍຸຕິທັມໃນສັງຄົມແລະມີຄວາມຫວັງອັນແຈ່ມໃສໃນອະນາຄົດ.
ຂໍສະແດງ ຄວາມນັບຖື ຮັກແພງ ແລະ ປາຖນາດີ.
ທ. ສົມບຸນ

Aucun commentaire:

Enregistrer un commentaire