vendredi 30 septembre 2016

LAO-USA RELATIONS

ຄວາມສັມພັນຣະຫວ່າງລາວແລະສະຫະຣັດ
ແລະການຢ້ຽມຢາມລາວຂອງ ທ.ບາຣັກ ໂອບາມາ
LAO-USA RELATIONS
    

  ເມື່ອປີ 1950 ເປັນຕົ້ນມາ ລາວແລະສະ ຫະຣັດອະເມຣິກາ ໄດ້ເລີ້ມສາຍສັມພັນຂຶ້ນຢ່າງເປັນທາການ, ແຕ່ຈາກນັ້ນມາບໍດົນລາວໄດ້ເຂົ້າສູ່ສົງຄາມກາງເມືອງ ຣະຫວ່າງ ຟ່າຍລັດທິນິຍົມຄອມມຸນິດແລະລາວຟ່າຍຂວາເສຣີປະຊາທິ ປະໄຕ ຊຶ່ງເປັນສົງຄາມທີ່ຍືດເຍື້ອຍາວນານກວ່າ ທົສວັດ ນຳມາຊຶ່ງການຖີ້ມລະ ເບີດໃນລາວໂດຍສະຫະຣັດ ເພື່ອຕ້ານໄພຄອມມຸນິດຍຶດຄອງແລະ ລາວ ເລີຍກາຍເປັນສ່ວນຫນຶ່ງຂອງສົງຄາມອິນ ດູຈີນຄັ້ງທີສອງຫລື ເອີ້ນ ວ່າ"ສົງ ຄາມວຽດນາມ", ເມື່ອ ມີການປ່ຽນແປງລະບອບການປົກຄອງໃນວຽດນາມ ແລະ ໃນລາວ ເດືອນ ທັນວາ 1975 ແລະ ປ່ຽນຊື່ຈາກ ພຣະຣາຊອານາຈັກລາວ ມາເປັນ "ສາທາຣະນະຣັດປະຊາປະໄຕປະຊາຊົນລາວ"  ໂດຍມີ ພັກການເມືອງດຽວ ປົກຄອງແບບຜະເດັດການຄອມມຸນິດ ພາຍໃຕ້ການຄວບຄຸມຂອງວຽດນາມ ທາງດ້ານການເມືອງ ການທະຫານແລະເສຖກິດ ຕົກຢູ່ໃນກຳມືຂອງແກວແດງ, ຫລັງຈາກນັ້ນ ໃນປີ 1977 ນາຍໄກສອນ ພົມວິຫານ ໄດ້ເຊັນສັນຍາມິຕພາບແບບພິເສດ ວຽດນາມ-ລາວ ໂດຍມອບອຳນາດທຸກຢ່າງຂອງລາວ ໃຫ້ແກວແດງຄວບຄຸມແລະຮັກສາຄວາມປອດໄພ, ຫລັງຈາກນັ້ນວຽດນາມໄດ້ສົ່ງກຳລັງທັງຫມົດ 70 ​ພັນຄົນເຂົ້າ ມາຄວບຄຸມລາວ. ຕໍ່ມາຄວາມສຳ ພັນລະຫວ່າງສະຫະຣັດແລະລາວ ໄດ້ເສື່ອມຖອຍ, ສະຫະຣັດ ພະຍາຍາມຊ່ວຍ ເຫລືອລາວອົພຍົບ ເພື່ອເຮັດໃຫ້ມີການປ່ຽນລະບອບໃນລາວ ແຕ່ບໍສຳເຣັດຍ້ອນສະພາບການແລະສິ່ງແວດລ້ອມ. ຕໍ່ມາເມື່ອທາງ ສະຫະພາບໂຊວຽດ ຣັດເຊັຍ ພັງທະລາຍ,
ລາວຄອມມຸນິດ ບໍ່ມີ "ອ້າຍລ້ຽງ" ຈຶ່ງຊອກຫາພັນທະມິດກັບປະເທດນາຍທຶນ ເພື່ອຄວາມ ຢູ່ລອດທາງເສຖກິດ ຍ້ອນບໍມີທາງເລືອກ ຈຶ່ງຂໍຮື້ຟື້ນສັມພັນກັບສະຫະຣັດ ເພື່ອຂໍການຊ່ວຍເຫລືອ, ສະຫະຣັດໄດ້ "ອ້າແຂນຮັບເອົາລາວ" ປີ 1992, ຕໍ່ມາເມື່ອເດືອນ ກໍຣະກົດ 2012 ຍານາງ ຮິນລາລີ ຄລິນຕັນ ເລຂາທິການຂອງ ຣັຖບານສະຫະຣັດຂອງ ບາຣັກ ໂອບາມາ ໄດ້ໄປຢາມລາວເປັນທາງການ ຊຶ່ງເປັນຄັ້ງທຳອິດນັບແຕ່ 1955 ທີ່ເຈົ້າຫນ້າທີສຳຄັນ ຂອງສະຫະຣັດ ໄປຢາມລາວ ທັງ 2 ປະເທດໄດ້ຕົກລົງຮ່ວມມື ຊ່ວຍເຫລືອລາວເພີ້ມເຕີມໃນການພັທນາຮອບດ້ານໂດຍສະເພາະ ດ້ານສຸຂພາບ, ສິ່ງແວດລ້ອມ, ການຄ້າ,ການສຶກສາ ດ້ານການຕ່າງປະເທດ ຈະຂຍາຍ ບົດບາດທາງການທູດ ແລະສະຖານທູດສະຫະຮັດໃນລາວໃຫ້ກວ້າງຂວາງ ຮ່ວມທັງ ONG ເພື່ອເປັນການຮ່ວມມືລະຫວ່າງປະຊາຊົນ 2 ປະເທດ ເລື້ອງດັ່ງກ່າວເປັນປະກົດການໃຫມ່ ທີ່ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງສະຫະຣັດຈະເຂົ້າມາມີບົດບາດໃນລາວ ແລະ ວຽດນາມເຊັ່ນດຽວກັນ, ການລຸກຄືບຫນ້າຂອງສະຫະຣັດ ຍອມກະທົບຕໍ່ຈີນແດງໃນພູມີ ພາກນີ້ດ້ວຍ ເພາະຂນະນີ້ ມີແນວໂນ້ມວ່າ ມີການເຊື່ອມໂຍງກິຈການຕ່າງປະເທດ ຂອງສະຫະຣັດ ຕັ້ງແຕ່ ພະ ມ້າ, ໄທ, ກຳພູຊາ, ລາວແລະວຽດນາມ ຊຶ່ງຈະເປັນແນວປິດລ້ອມຈີນແດງ ທາງບົກແລະປິດລ້ອມທາງທະເລ ໃນອະນາຄົດ ດ້ວຍຫລາຍເຫດຜົນ ປະທານາທິບໍດີ ໂອບາມາ ຈຶ່ງໄດ້ເດີນທາງໄປ ສປປ ລາວ ໃນວັນທີ 05 ກັນຍາ 2016 ຊຶ່ງເປັນການຢ້ຽມ ຢາມລາວຄັ້ງປະວັດການ ເພື່ອເຂົ້າຮ່ວມປະຊຸມສຸດຍອດກັບ "ອາຊຽນ" ວັນທີ 6-8 ກັນຍາ 2016 ແລະ ຈະ ໄດ້ມີໂອ ກາດພົບກັບຜູ້ນຳປະເທດຕ່າງໆຂອງ ອາຊຽນ ນຳດ້ວຍ, ຈຸດໃຫຍ່ແມ່ນ
ແຜນຍຸທສາດໃນການ"ສ້າງຄວາມກ້ຳເກິ່ງ" ຄືນໃຫມ່ຕໍ່ຄວາມຫມັ້ນຄົງໃນເຂດອາຊີປາຊີຟິກ ແລະ ເສີມຂຍາຍການຮ່ວມມືໃຫ້ສູງຂຶ້ນໃນຂົງເຂດນີ້ ໂດຍສະເພາະແມ່ນ ການຮ່ວມມືແລກປ່ຽນສິນຄ້າ ຣັກສາສະພາບສິ່ງແວດລ້ອມ ເພີ້ມ ທະວີຮ່ວມມືດ້ານການສຶກສາສົ່ງເສີມສິດທິມະນຸດ ,ໂຄງການອາສາສະມັດ PEACE Corps ແລະ USAID  ຢູ່ລາວ,
ຮ່ວມມືແບບພິເສດໃນດ້ານການປ້ອງກັນຄວາມສະງົບ (ທີ່ບໍ່ເປັນປະເພນີ ເປັນເທື່ອທຳອິດ). ນອກນີ້ກໍຈະ ສນັບສນູນຊ່ວຍໂຄງການພັທນາຕ່າງໆຂອງລາວແລະອື່ນໆ, ມີທັງຫມົດ 20 ບັນຫາ ຂອງຖແລງການຮ່ວມມີ ຣະຫວ່າງລາວ ແລະສະຫະຣັດ ລົງວັນທີ 08.09.2016, ລວມຄວາມແລ້ວລາວຈະເຮັດທຸກຢ່າງຕາມຄຳສເນີຂອງສະຫະຣັດ ເພາະບໍ່ມີທາງເລືອກ ຖ້າບໍດັ່ງນັ້ນຢ້ານຈະມີການລຸກຮື້ຟື້ນ ເພາະລາວຢູ່ໃນຄວາມຫຍຸ້ງຍາກທຸກໆດ້ານ, ດ້ານເສຖກິດ-ສັງຄົມ, ພະນັກງານ ທະຫານຕຳຣວດ ບໍ່ໄດ້ຮັບເງິນເດືອນເປັນປົກຕິ ຄ່າຄອງຊີບຖີບຂຶ້ນເຖິງ 160 %, ເງິນກີບເຟີ້. ຖແລງການຮ່ວມນີ້ ຄ້າຍຄຽງກັນກັບຖແລງການຮ່ວມຣະຫວ່າງ ສະຫະຣັດ-ວຽດນາມ ທີ່ເປັນ"ອ້າຍລ້ຽງ"ລາວ. ອານິດຈັງ !  ດັ່ງນັ້ນ ການເມືອງຈຶ່ງບໍມີມິດແທ້ແລະບໍມີສັດຕູແທ້ , ມີແຕ່ຜົນປໂຍດເທົ່ານັ້ນ.

ປະທານາທິບໍດີສະຫະຣັດ ທ່ານໂອບາມາ ມາເຖິງສນາມບິນວັດໄຕ ນະຄອນຫລວງວຽງຈັນ
ເຖິງຈັ່ງໃດກໍຕາມພວກເຮົາຈະເຊື່ອລະບອບຜະເດັດການຄອມມຸນິດບໍໄດ້, ຖ້າເຂົາບໍປ່ຽນຣະບອບການເມືອງແລະເອົາກາ"ກ່ຽວແລະຄ້ອນຕີ"ອອກແລະປະຕິບັດຖແລງການຮ່ວມຢ່າງເຂັ່ງຄັດ,ເພາະເຂົາໄດ້ມ້າງທຳລາຍທຸກສັນຍາມາແລ້ວໂດຍສະເພາະສັນຍາ ສັນຕິພາບແລະຄວາມປອງດອງຊາດ ປີ 1973. ສະນັ້ນ ເພື່ອອະນາຄົດຂອງລາວ ພວກເຮົາ "ຂະບວນການເພື່ອຊາດລາວ" ຈຶ່ງຍຶດຫມັ້ນເອົາຄວາມຮັກຊາດ, ເອກຣາດຂອງຊາດບໍ່ຢູ່ໃຕ້ການຄຸ້ມຄອງຂອງຕ່າງດ້າວ, ສິດເສຣີປະຊາທິປະໄຕແລະສິດ ທິມະນຸດ ເປັນ "ເຂັມຊີ້ທິດ" ແລະຈຸດຮ່ວມແນວຄິດໃນການໂຮມສາ ມັກຄີເພື່ອຄວາມເປັນລາວ, ຈຶ່ງເຫັນວ່າ ຍັງບໍ່ຫລ້າບໍສວຍໃນການສູ້ຊົນທຸກວິທີທາງໂດຍສັນຕິສິທີໃຫ້ມີການປະຕິຮູບການເມືອງໃນລາວ; ພວກເຮົາ ຈຶ່ງເຫັນວ່າ ລາວຕ້ອງຢູ່ໃນ"ທ່າທີກ້ຳເກິ່ງ" ຣະຫວ່າງປະເທດເພື່ອນບ້ານ, ປະເທດເພື່ອນທິດແລະມະຫາອຳນາດ ດັ່ງຄຳກ່າວຂອງປະທານາທີບໍດີສະຫະຣັດ ໂອບາມາ ໃນກອງປະຊຸມ "ອາຊຽນ". ສະ ນັ້ນເວລານີ້ຍິ່ງກວ່າ ເວລາໃດໆທັງຫມົດ ທີ່ ປະຊາຊົນຜູ້ຮັກຊາດທຸກຖ້ວນຫນ້າ ຈະຕ້ອງໂຮມແຮງໂຮມໃຈ ໂຮມ ມືກັນ ເພາະໂອກາດໄດ້ອຳນວຍ ໃຫ້ພວກເຮົາແລ້ວ, ຖ້າບໍແມ່ນເວລານີ້ ເຮົາຈະຖ້າເວລາໃດ ?  ຖ້າບໍແມ່ນພວກເຮົາ ທີ່ຮັກຊາດນຳກັນນີ້ ພວກເຮົາຈະລໍຖ້າໃຜ ? ບໍ່ມີຊາດໃດດອກຈະມາຮັກລາວເຫມືອນລາວເຮົາຮັກກັນ, ບັນຫາລາວຕ້ອງແມ່ນລາວເຮົາ ຮ່ວມກັນແກ້ໄຂ ແຕ່ວ່າເຮົາກໍອາໃສປະເທດເພື່ອນມິດເຫມືອນກັນເພື່ອເລັ່ງລັດໃຫ້ເກີດຜົນໄວທີ່ຈະໄວໄດ້. ຖ້າພວກເຮົາຫາກຮ່ວມສາມັກຄີກັນເປັນນ້ຳຫນຶ່ງໃຈດຽວກັນໃນການສູ້ຊົນຄັ້ງນີ້ ໂອກາດທີ່ຈະກ້າວໄປສູ່ການ ພັທນາການເມືອງ ການປົກຄອງແລະການເສຖກິດ ກໍຍິ່ງໄວຂຶ້ນ ແລະ ຈະເປັນໂອກາດທີ່ປະຊາຊົນລາວຈະໄດ້ຮັບຄວາມຢູ່ດີກິນດີແລະປະເທດຊາດອັນແສນຮັກແລະຫວງແຫນຂອງພວກເຮົາກໍຈະພົ້ນອອກຈາກຄວາມທຸກຍາກດ້ອຍພັທນາ ຈະມີຍຸຕິທັມໃນສັງຄົມ ປະ ຊາຊົນຈະມີເສຣິພາບແລະມີຄວາມຫວັງອັນແຈ່ມໃສໃນອະນາຄົດ.
ສ.ທ.

                                                                                               

Aucun commentaire:

Enregistrer un commentaire