ຄວາມສັມພັນຣະຫວ່າງລາວແລະສະຫະຣັດ
ແລະການຢ້ຽມຢາມລາວຂອງ ທ.ບາຣັກ ໂອບາມາ
LAO-USA RELATIONS
ເມື່ອປີ 1950 ເປັນຕົ້ນມາ
ລາວແລະສະ ຫະຣັດອະເມຣິກາ ໄດ້ເລີ້ມສາຍສັມພັນຂຶ້ນຢ່າງເປັນທາງການ, ແຕ່ຈາກນັ້ນມາບໍດົນລາວໄດ້ເຂົ້າສູ່ສົງຄາມກາງເມືອງ ຣະຫວ່າງ
ຟ່າຍລັດທິນິຍົມຄອມມຸນິດແລະລາວຟ່າຍຂວາເສຣີປະຊາທິ ປະໄຕ
ຊຶ່ງເປັນສົງຄາມທີ່ຍືດເຍື້ອຍາວນານກວ່າ ທົສວັດ ນຳມາຊຶ່ງການຖີ້ມລະ ເບີດໃນລາວໂດຍສະຫະຣັດ
ເພື່ອຕ້ານໄພຄອມມຸນິດຍຶດຄອງແລະ ລາວ ເລີຍກາຍເປັນສ່ວນຫນຶ່ງຂອງສົງຄາມອິນ ດູຈີນຄັ້ງທີສອງຫລື
ເອີ້ນ ວ່າ"ສົງ ຄາມວຽດນາມ", ເມື່ອ ມີການປ່ຽນແປງລະບອບການປົກຄອງໃນວຽດນາມ ແລະ
ໃນລາວ ເດືອນ ທັນວາ 1975 ແລະ ປ່ຽນຊື່ຈາກ ພຣະຣາຊອານາຈັກລາວ ມາເປັນ "ສາທາຣະນະຣັດປະຊາປະໄຕປະຊາຊົນລາວ"
ໂດຍມີ ພັກການເມືອງດຽວ ປົກຄອງແບບຜະເດັດການຄອມມຸນິດ
ພາຍໃຕ້ການຄວບຄຸມຂອງວຽດນາມ ທາງດ້ານການເມືອງ ການທະຫານແລະເສຖກິດ ຕົກຢູ່ໃນກຳມືຂອງແກວແດງ,
ຫລັງຈາກນັ້ນ ໃນປີ 1977 ນາຍໄກສອນ ພົມວິຫານ ໄດ້ເຊັນສັນຍາມິຕພາບແບບພິເສດ ວຽດນາມ-ລາວ ໂດຍມອບອຳນາດທຸກຢ່າງຂອງລາວ
ໃຫ້ແກວແດງຄວບຄຸມແລະຮັກສາຄວາມປອດໄພ, ຫລັງຈາກນັ້ນວຽດນາມໄດ້ສົ່ງກຳລັງທັງຫມົດ 70 ພັນຄົນເຂົ້າ
ມາຄວບຄຸມລາວ. ຕໍ່ມາຄວາມສຳ ພັນລະຫວ່າງສະຫະຣັດແລະລາວ ໄດ້ເສື່ອມຖອຍ, ສະຫະຣັດ ພະຍາຍາມຊ່ວຍ
ເຫລືອລາວອົພຍົບ ເພື່ອເຮັດໃຫ້ມີການປ່ຽນລະບອບໃນລາວ ແຕ່ບໍສຳເຣັດຍ້ອນສະພາບການແລະສິ່ງແວດລ້ອມ.
ຕໍ່ມາເມື່ອທາງ ສະຫະພາບໂຊວຽດ ຣັດເຊັຍ ພັງທະລາຍ,
