mardi 19 juillet 2016

ສັນຍາມິຕພາບແບບພິເສດ ລາວ-ວຽດນາມ

ຖແລງການ ເນື່ອງໃນວັນຄົບຮອບ 39 ປີ 
ຂອງ  ສັນຍາມິຕພາບແບບພິເສດ  ລາວ-ວຽດນາມ (18.07.77-18.07.2016)
  
    ສັນຍາມິຕພາບແບບພິເສດ ລາວ ແລະ ວຽດນາມ , ລົງ ວັນທີ 18 ກໍຣະກົດ (07) 1977 ຢູ່ວຽງ ຈັນ, ຣະຫວ່າງ ນາຍ ຟາມ ວັນ ດົງ ແລະ ນາຍໄກສອນ ພົມວິຫານ ນາຍົກຣັຖມົນຕີ ຜະເດັດການ ຄອມມຸນິດ ວຽດນາມແລະລາວ, ເພື່ອ ມອບ  ປະເທດແລະອຳ ນາດ ທຸກດ້ານ ຂອງລາວ ໃຫ້ແກວ ຄອມມຸນິດຄອບຄອງ ເພາະຜູ້ນຳຜະເດັດການລາວ ຄຶດວ່າ ວຽດນາມ  ໄດ້ມາ ຍຶດອຳນາດໃຫ້ ພວກ ຕົນ ຄືໃຫ້ "ພັກປະຊາຊົນປະ ຕິ ວັດລາວ" ເມື່ອວັນທີ 02 ທັນວາ (12) 1975 , ນັບ ແຕ່ມື້ ນັ້ນມາ ປະເທດຊາດ ອັນ ແສນຮັກ ຂອງ ລາວເຮົາ ໄດ້ ປົກ ຄອງແບບຜະເດັດການ ຄອມ ມຸນິດ "ມາກ-ເລ ນິນ"  ໂດຍມີພັກ ການ ເມືອງ ພັກ ດຽວເປັນຜູ້ ບົງ ການ ພາຍໃຕ້ ການຄຸ້ມຄອງ ຂອງແກວແດງ, ໄດ້ ເຮັດໃຫ້ ປະຊາຊົນ ທຸກຍາກ ຂາດສິດເສຣີພາບ, ປະ ເທດຊາດລ້າຫລັງ ໄດ້ ຕົກ ຢູ່ໃນ ຈຳ ນວນ ປະ ເທດ ດ້ອຍ ພັທນາ ແລະ ທຸກຍາກ ທີ່ ສຸດ ໃນໂລກ.  


     ບັດນີ້ ໂລກໄດ້ມີການຫັນປ່ຽນທິດທາງການປົກຄອງໄປທາງເສຣີປະຊາທິປະໄຕ ແລ້ວ, ແຕ່ວ່າ ປະເທດລາວ ຍັງ ປົກຄອງ ໂດຍຣະບອບຜະເດັດການຄອມມຸນິດ ມາກສ໌-ເລນິນຕ່າງດ້າວທີ່ລ້າ ສໄມຢູ່  ຈຶ່ງ ພາໃຫ້ ປະຊາຊົນຍິ່ງທຸກຍາກ ແສນສາຫັດ ຂາດຄວາມມີ ອິດສຣະພາບ ແລະ ສິດທິ ຕາ່ງໆ  ມີ ແຕ່ຄວາມຢາ້ນກົວອຳນາດການປົກຄອງ, ຢ້ານການຈັບກຸມ ຄຸມຂັງ ໂດຍອຳເພີໃຈ ແລະ ການນາບຂູ່ ນາໆປະການ ໃນທາງຕົງແລະທາງ ອ້ອມ. ພວກຜູ້ນຳຊຸດໃຫມ່ກໍບໍ່ຕ່າງຫຍັງ ກັບພວກ ເກົ່າ   ດັ່ງນັ້ນ ຈຶ່ງພາໃຫ້ປະຊາຊົນລາວ ກາຍ ເປັນ "ຄົນ ຫູຫນວກ  ຕາບອດ  ປາກກືກ​ ແລະ ​ບ​ມີ​ຄວາມ​ຫວັງ ອັນແຈ່ມ ໃສ ​ໃນອະນາຄົດ".

       ຕໍ່ຫນ້າສະພາບການດັ່ງກາ່ວນີ້  ພວກ​ເຮົາ"ຂະບວນການເພື່ອຊາດລາວຂໍຮຽກຮ້ອງ ໃຫ້ ລົບ ລ້າງ ສັນຍາມິຕພາບ ແບບ ພິເສດ ລາວ-ວຽດນາມ ໂດຍບໍ່ມີເງື່ອນໄຂໃດໆ  ເພາະມັນເປັນ ການລະ ເມີດ ຕໍ່ອະທິປະໄຕຂອງລາວ,  ອມ​ນພວກເຮົາຂໍປະນາມ ການ ແຊກຊືມກືນກິນ ແລະ ຍຶດເອົາ ລາວໃຫເປັນແຄວ້ນນື່ງ ຂອງແກວແດງ.

     ດັ່ງນັ້ນ ພວກເຮົາຈຶ່ງຮຽກຮ້ອງໃຫ້ມີການປະຕິຮູບຫັນປຽ່ນທິດທາງການເມືອງໂດຍດວ່ນ ຄື ຫັນ ປຽ່ນໄປທາງ ເອກຣາດຂອງຊາດ ບໍ່ຢູ່ໃຕ້ອຳນາດຕ່າງດ້າວ, ມີເສຣີປະຊາທິປະໄຕ ແລະ ມີຄວາມ ສາມັກຄີຮັກແພງປອງດອງກັນ ໃຫ້ລາວທຸກແຫ່ງຮ່ວມເຂົ້າໃນວົງສາຄະນາຍາດດຽວກັນ,ເພື່ອ ເຮັດ ໃຫ້ລາວເຂົ້າກັບ ຍຸກສໄມຂອງໂລກ ຊຶ່ງເປັນທິດທາງ ທີ່ ຈະ ນຳ ລາວໄປສູ່ຄວາມຈະເຣີນ, ແຕ່ເຖິງ ຈັ່ງໃດກໍ ຈະ ຫລີກ ເວັ້ນບໍ່ໄດ້ ໃນການຫັນປ່ຽນການ ປົກຄອງໃນລາວ,ແມ່ນແຕ່ໂຊວຽດຣັດເຊັຍແລະ ບັນດາປະເທດຢູ ຣົບຕາເວັນອອກ ທີ່ ປົກຄອງໂດຍ ຣະ ບອບຜະເດັດການ ກໍໄດ້ພັງທະລາຍແລະ ປ່ຽນແປງໄປທາງເສຣີແລ້ວ,  ໃນມໍ່ໆມານີ້ ບັນດາປະເທດ  ອາຣັບ”  ທີ່ປົກ ຄອງໂດຍຜູ້ນຳ ຜະເດັດ ການສໍ້ໂກງ ກໍ່ ໄດ້ຖືກໂຄ່ນລົ້ມໂດຍປະຊາຊົນ,  ເພາະ ຣະ ບອບເສຣີປະຊາທິປະໄຕ ເປັນ ຄືແສງຕາ ເວັນ ອັນແກ່ງກາ້ທີ່ກຳລັງເຜົາໄຫມ້ ຄຳພີ ຂອງຣະ ບອບ ຜະເດັດການສໍ້ ໂກງ ໃຫ້ສາບສູນ ໄປ ຈາກ ໂລກ, ນອກນີ້ ລັດທິ ຄອມຸນຸດ  ຍັງເປັນລັດທິ ຫລອກລວງ ລ້າສໄມ ຕົວະຕົ້ມ ທີ່ນຳມາແຕ່ ຄວາມທຸກ ຍາກ ເຮັດໃຫ້ຄົນ ເປັນຂ້າທາດ , ມັນເປັນຄື ຢາເສບຕິດ ແລະເປັນພິດ ເບື່ອເມົາປະຊາຊົນ .   

       ສະນັ້ນເພື່ອໃຫ້ລາວພົ້ນອອກຈາກຄວາມທຸກຍາກດ້ອຍພັທນາ,ໃຫ້ສອດຄ່ອງກັບສະພາບການ ຂອງໂລກແລະເພື່ອຕອບສນອງ ຄວາມຮຽກ ຮອ້ງ ຕອ້ງການອັນແຮງກາ້ ແລະເປັນທັມ ຂອງປະຊາ
ນລາວ ແລະ ເພື່ອຜົນປໂຍດ ອັນສູງສົ່ງຂອງລາວເຮົາ, ”ຂະບວນການເພື່ອຊາດລາວ  ທີ່ປະກອບ ດ້ວຍບັນດາຜູ້ຮັກຊາດ ແລະ ບັນດາຜູ້ຕາງ ຫນ້າ ອົງການຈັດຕັ້ງທີ່ຕໍ່ສູ້ເພື່ອຄວາມເປັນລາວແລະ
ຕໍ່ ຕ້ານລະບອບ ຜະເດັດການ ທຸກຮູບແບບ,  ຂໍ ຮຽກຮອ້ງຢ່າງ ເດັດດ່ຽວ ແລະ ຮີບດ່ວນ ຄື :

1-ໃຫ້ຟື້ນຟູສັນຍາຕ່າງໆທີ່ເປັນຜົນປໂຍດ ໃຫ້ແກ່ລາວ ແລະ ລົບ ລ້າງ ສັນ ຍາ ຕ່າງໆ ກັບ ຕ່າງ ປະເທດ ທີ່ ລະເມີດ ຕໍ່ ອະທິປະໄຕຂອງຊາດ ໂດຍ ສະເພາະ ສັນຍາທີ່ໄດ້ ເຊັນ ກັນ ກັບປະເທດ ເພື່ອນບ້ານ ;

2-ຕ້ອງປ່ອຍນັກໂທດຈິດສຳນຶກທີ່ຖືກຄຸມຂັງຢ່າງໄຮ້ມະນຸສທັມ ໂດຍສະເພາະ ທ່ານ ສົມບັດ ສົມ ພອນ  ເປັນນັກພັດທະນາ ຊຸມຊົນນະບົດ ທີ່ຖືກລັກພາຕົວໄປ ເມື່ອວັນທີ 15 ທັນວາ 2012 ໂດຍ ຕຳຣວດລັບຂອງ ສປປລ ຢູ່ວຽງຈັນ, ຍັງບໍ່ຮູ້ວ່າ ຕາຍແລ້ວ ຫລືຍັງມີຊີວິດຢູ່  ?  ໃຫ້ປ່ອຍດ່ວນ ທ້າວ ສຸກັນ ໃຈທັດ , ທ້າວສົມພອນ ພິມມະສອນແລະນາງ ຫລອດຄຳ ທັມວົງ ທີ່ຖືກຈັບເມື່ອ ເດືອນ ກຸມ ພາ 2016, ຕູ່ ຫາວ່າ ທໍຣະຍົດຕໍ່ຊາດແລະເຄືອນໄຫວ ກໍ່ກວນການຈັດປະຊຸມສຸດຍອດ "ອາຊຽນ" ຢູ່ວຽງຈັນເດືອນ ກັນຍາ(09) ປີນິ້.  ໃຫ້ປ່ອຍນັກໂທດການເມືອງອີກ 50 ກວ່າຄົນທີ່ຖືກ ຄຸມຂັງຢູ່ຢ່າງ ທໍ ຣະມານແລະຍັງບໍ່ໄດ້ຕັດສິນເທື່ອ.  ໃຫ້ ຢຸດ ການຈັບ ກຸມ ຄຸມ ຂັງ ມວນຊົນລາວຜູ້ ຮັກຊາດ ທີ່ ຮຽກຮອ້ງ ໃຫ້ ມີສິດເສຣິ ພາບ, ມີການນັບຖື ສິດ ທິມະນຸດ, ມີຫລາຍ ພັກການເມືອງ ແລະ ມີ ການ ປະຕິຮູບ ການເມືອງ ໃນລາວ.

3-ຕ້ອງຮັບຮູ້ຊາວລາວພົ້ນທະເລ ຫລື ລາວຢູ່ພາຍນອກປະເທດ ວ່າເປັນຄົນລາວ ເຫມືອນກັນກັບ ພີ່ ນ້ອງລາວຢູ່ໃນປະເທດຢ່າງເຕັມສ່ວນ ໃນທຸກໆດ້ານ, ເພາະເຂົາເຈົ້າມີເລືອດເນື້ອເຊື້ອໄຂ ເປັນ ລາວ,  ບໍ່ໄດ້ຕັດຊາດລາວອອກນຳ ອຳ ນາດໃດຈັກເທື່ອ ແລະ ພ້ອມແລ້ວ ຈະກັບໄປສ້າງສາ ພັທ ນາຊາດ ຢ່າງມີຄວາມສເມີພາບ ໃນດ້ານ ການເມືອງ,ການ ເສຖກິດ ແລະ ສັງຄົມ, ດັ່ງນັ້ນ ມວນ ຊົນ ລາວ ທີ່ ອົພຍົບ ລົບໄພ ເພາະ ຢ້ານການຈັບກຸມ ຄຸມຂັງແລະ ການລຸກລານຂອງແກວແດງ ຕັ້ງແຕ່ປີ 1975 ເປັນ ຕົ້ນ ມາ, ຕ້ອງມີສິດກັບຄືນປະເທດຂອງຕົນ ໂດຍ ຮັກສາ ສັນຊາດລາວ ໄວ້ ຕາມເດີມ ;

4-ຕ້ອງຢຸດການເອົາດິນ ໃຫ້ຕ່າງດ້າວເຊົ່າ ຫລື ສັມປະທານ ຊຶ່ງເຮັດໃຫ້ປະຊາຊົນລາວ ຂາດບ່ອນ ທຳ ມາ ຫາລ້ຽງຊີບ ແລະໃຫ້ ຢຸດ ການອະນຸຍາດໃຫ້ຊາວຕ່າງດ້າວໂດຍສະເພາະຊາວເພື່ອນ ບ້ານ ທີ່ ຫລັ່ງ​ໄຫລເຂົ້າມາຍາດແຍ່ງເອົາ ຊັພຍາກອນທັມຊາດ, ຂຸດຄົ້ນ ບໍ່ແຮ່, ຕັດເອົາໄມ້ ອັນມີຄ່າໄປ ບ້ານ ເຂົາ ແລະ ຍາດແຍ່ງ ເອົາວຽກເຮັດງານທຳ ຂອງຊາວລາວ ;

5-ຕ້ອງຖືເອົາວ່າ ແຜ່ນດິນລາວ ຫລື ປະເທດລາວ ເປັນຂອງຄົນລາວທຸກຖ້ວນຫນ້າ ທີ່ຢູພາຍ ໃນ ແລະ ຢູ່ນອກປະເທດ, ດັ່ງນັ້ນປະ ຊາຊົນລາວທີ່ຢູ່ພາຍນອກແລະໃນປະເທດ ຕ້ອງໃຫ້ມີສິດແລະ ຄວາມ ສເມີພາບກັນໃນທຸກໆ ດ້ານ ຂອງ ຄວາມເປັນລາວ, ປະເທດ ລາວຕ້ອງເປັນປະເທດທີ່ປົກ ຄອງ ດ້ວຍກົດຫມາຍ ຕາມ ຫລັກເສຣີປະຊາທິປະໄຕ.
            
         ເພື່ອໃຫ້ທັນກັບເຫດການແລະໃນສະພາບການອັນຮີບດ່ວນນີ້, ພວກເຮົາຈຶ່ງຂໍເຊີນຊວນ ຮຽກຮ້ອງ ມາຍັງພີ່ ນ້ອງ ລາວຜູ້ ຮັກຊາດ ທຸກ ຖ້ວນ ຫນ້າ ທີ່ຢູ່ພາຍ ນອກ ແລະ ພາຍ ໃນປະເທດ ໂດຍ ສະເພາະ ບັນ ດານາຍແລະ ພົນ ທະຫານ, ນາຍແລະພົນ ຕຳຣວດ, ຣັຖກອນ, ກັມມະກອນ, ພະນັກງານ,  ພໍ່ຄ້າຊາວຂາຍ, ກະສິກອນ ພໍ່ນາ ຊາວສວນ, ນັກທຸຣະກິດ, ນັກ ສິລປິນ, ນັກ ຮຽນນັກສຶກສາ, ຊາຍນຸ່ມ ຍິງສາວ ທຸກ ເພດທຸກໄວ, ນັກບວດ ພະສົງ ສາມະເນນ  ພ້ອມທັງ ບັນດາ ສະມາຊິກທຸກປະເພດຂອງ ພັກ-ຣັດ ທີ່ມີ ຄວາມ ຮັກຊາດ ແລະ ຮັກກຽດ ສັກສີ ຂອງ ຄວາມ
ເປັນລາວ, ຈົ່ງ ຮີບລຸກຂຶ້ນ ຮ່ວມເຕົ້າໂຮມກັນໃຫ້ ເປັນພະລັງ ທຸກຮອບດ້ານ ເພື່ອ ລຸກ ຂຶ້ນ ເຮັດທຸກວິທີທາງ ໃຫ້ມີ ການປະ ຕິຮູບ ຫັນປ່ຽນ ທິດທາງການ ປົກ ຄອງ, ການເສຖກິດ ແລະ ສັງ
ຄົມ ໃຫ້ລາວເຂົ້າກັບສະພາບການ ຂອງໂລກ ຕາມຍຸກ ສໄມ ໂດຍດ່ວນ , ທັງ ນີ້ ກໍເພື່ອ ໃຫ້ປະ ເທດຊາດ ອັນແສນຮັກ ແລະຫວງແຫນຂອງລາວເຮົາ ມີຄວາມ ຈະເຣີນກ້າວ ຫນ້າ ແລະ ໃຫ້ ປະຊາຊົນ ລາວ ພົ້ນ ອອກຈາກຄວາມທຸກ ຍາກ ດ້ອຍ ພັທນາ ທີ່ລາວເຮົາ ທຸກຖ້ວນ ຫນ້າ ມີຄວາມ ປາຖນາ ອັນແຮງກ້າ ແລະ ຄອງຄອຍ ມາໄດ້ຫລາຍ ສິບປີແລ້ວ. ສະນັ້ນພວກເຮົາເຫັນວ່າ ເວລານີ້ ຍິ່ງ ກວ່າເວລາໃດໆທັງຫມົດທີ່ພວກເຮົາຕ້ອງຮ່ວມກັນຕໍ່ສູ້ເພື່ອຄວາມເປັນລາວ, ເພາະບໍ່ມີ ຊາດໃດ ດອກ ຈະ ມາຮັກລາວເຫມືອນລາວ ເຮົາ ຮັກ ກັນ, ຖ້າບໍ່ ຮ່ວມກັນ ເວລານີ້ ພວກເຮົາ ຈະລໍ ຖ້າເວລາໃດ  ?  ຖ້າບໍ່ແມ່ນ ພວກເຮົາ ຜູ້ຮັກຊາດ ນຳ ກັນນີ້ ພວກເຮົາ ຈະ ລໍຖ້າໃຫ້ ໃຜ  ?   ສ່ວນ ຊາດ ອື່ນນັ້ນ ໂດຍສະ ເພາະປະເທດເພື່ອນ ບ້ານ ເຂົາມີແຕ່ຈະແຊກ ຊຶມ ກືນ ກິນ ລາວເຮົາ ໃຫ້ສິ້ນ ຊາດ ແລະ ສິ້ນແຜ່ນ ດິນອັນ ແສນ ຮັກ ຂອງ ລາວເທົ່ານັ້ນ,ບໍ່ມີຊາດໃດດອກຈະມາຮັກລາວ ເຫມືອນລາວເຮົາຮັກກັນ . ໃນເມື່ອການປົກຄອງແບບຜະ ເດັດການ ໃນ ລາວ ກຳລັງປະລາໄຊ ຖອຍຫລັງ ຕໍ່ ຫນ້າການກົດດັນ ຂອງ ສາກົນ ແລະ ພະລັງປະຊາຊົນ ທີ່ ກຳລັງ ເຄື່ອນໄຫວ ຢູ່ ຫລາຍ ເຂດໃນທົ່ວປະເທດເວລານີ້  ຂໍ ໃຫ້ພີ່ນ້ອງລາວ ຈື່ງຮີບ ລຸກ ຂຶ້ນ ຮ່ວມ ກັນໃຫ້ເປັນພະລັງ ມະຫາຊົນເຂັ້ມແຂງ ໂດຍດ່ວນ.

      ນອກນີ້ ເພື່ອຄວາມຫນັກແຫນ້ນ ພວກເຮົາຂໍໃຫ້ພີ່ນ້ອງຜູ້ຮັກຊາດທີ່ຕໍ່ສູ້ເພື່ອ ຄວາມ ເປັນລາວ ຊາບວ່າ ຖ້າ ມີເຫດການເກີດຂຶ້ນໃນການປ່ຽນແປງທຶດທາງການເມືອງ "ຂະບວນການ ເພື່ອຊາດ ລາວ" ພ້ອມແລ້ວຈະປະຕິບັດທຸກວິຖີທາງແລະ ຂໍຢືນຢູ່ຄຽງບ່າຄ່ຽງໄລ່ ນຳພວກທ່ານປະຊາຊົນລາວ ຜູ້ ຮັກຊາດ ແພງເຊື້ອ ທຸກຖ້ວນຫນ້າ ຢ່າງ ສຸດຈະຣິດໃຈ.

ຂໍສະແດງ ຄວາມນັບຖື  ຮັກແພງ ແລະ ປາຖນາດີ.

ວັນທີ 18  ກໍຣະກົດ (07)  2016.

 LAO NATIONAL COUNCIL

lao_nc@yahoo.fr


Aucun commentaire:

Enregistrer un commentaire