mercredi 20 juillet 2016

ຂ່າວບ້ານເຮົາ

ຂ່າວບ້ານເຮົາ

ຣັຖມົນຕີປ້ອງກັນປະເທດຖືກປັດເຂັ່ຍ ?
ຄນະນຳພາຊຸດໃຫມ່ມີຂໍ້ຂັດແຍງກັນ ໃນຫລາຍດ້ານ ເປັນຕົ້ນ ການປ້ອງກັນປະເທດ ເພາະມີເສັ້ນສາຍຕ່າງກັນ, ມີພວກນິຍົມແກວແດງ, ນິຍົມຈີນ ແລະ ພວກຢາກໃຫ້ມີການປ່ຽນແປງ. ດັ່ງນັ້ນນາຍພົນແສງ ນວນ ໄຊຍະລາດ ຣັຖມົນຕີກະຊວງປ້ອງກັນປະເທດ ຈຶ່ງຖືກປັດເຂັ່ຍ ໃຫ້ໄປເປັນຮອງ ນາງປານີ ຢາຕູທໍ ປະ ທານສະພາແຫ່ງຊາດ ແລະ ແຕ່ງຕັ້ງນາຍພົນ ຈັນ ສມອນ ຈັນຍາລາດ ຂຶ້ນເປັນຣັຖມົນຕີປ້ອງກັນປະ ເທດແທນ. ຕາມຣາຍງານແຈ້ງວ່າ ໄດ້ມີບັນດານາຍແລະພົນທະຫານ ຊື່ງເປັນເສັ້ນສາຍຂອງຣັຖມົນຕີຜູ້ເກົ່າບໍ່ມີຄວາມພໍໃຈ ຈຶ່ງເກີດມີພຶດຕິການປຸ້ມລຸມຮ່ວມຫົວກັນແບບພິດປົກຕິໃນຫລາຍເຂດແຂວງ,ຈຶ່ງຢ້ານວ່າອາດຈະເຮັດໃຫ້ມີເຫດການອັນໃດອັນນຶ່ງເກີດຂຶ້ນກໍເປັນໄດ້ແລະກ່າວຕໍ່ໄປວ່າ ຈົ່ງເບິ່ງໄປ ເພາະການຢ້ຽມຢາມວຽດນາມຂອງທ່ານ ໂອບາມາ ໄດ້ມີຜົນສະ ທ້ອນຫລາຍປະການໃນຂົງເຂດເອເຊັຍອາຄະເນ.


ໄຟໄຫມ້ຕລາດ ດາວເຮືອງ ທີ່ປາກເຊ
ເກີດໄຟໄຫມ້ເສັຍຫາຍຫນັກທີ່ຕລາດ"ດາວເຮືອງ", ຜູ້ ຣາຍງານບອກວ່າ ເວລາໄຟໄຫມ້ມີສຽງແຕກ ຄືລະ ເບີດຫລາຍຄັ້ງຕໍ່ເນື່ອງເມື່ອເວລາ 2ໂມງເຊົ້າ, ຕລາດ ນີ້ໄດ້ຖືກໄຟໄຫມ້ເຖິງ 3 ຄັ້ງແລ້ວ. ຕລາດ"ດາວເຮືອງ"
ເປັນຂອງ ນາງເລ ທິເລື້ອງ ເຊື້ອຊາດວຽດນາມ ມາຈາກແຂວງ ທົວ ທຽງເຮ້, ເປັນຕລາດໃຫຍ່ 6 000 ແມ້ດມົນທົນ ມີ 700 ຮ້ານຄ້າ ສ່ວນຫລາຍແມ່ນຊາວວຽດນາມ, ດັ່ງ ນັ້ນກົງສູນວຽດນາມຈຶ່ງເປັນຜູ້ໄປເບິ່ງເຫດການ ກ່ອນ ຫມູ່. ການເກີດອົລວົນ ໄດ້ມີຂຶ້ນຢູ່ຫລາຍແຂວງ, ນອກຈາກການຍິງປະທະກັນ ການຍິງຣົດແລະຂ້າຊາວຈີນທາງພາກເຫນືອແລະຂ້າຄົນວຽດ ກັມກອນຕັດໄມ້ທີ່ອັຕປືແລ້ວກໍມີໄຟໄຫມ້ເກີດຂຶ້ນຫລາຍແຫ່ງໃນລາວ. ທຸກສິ່ງທຸກຢ່າງແມ່ນປະຊາຊົນຄຽດແຄ້ນໃຫ້ແກວແດງ ແລະເຈັກເຂົ້າມາຍຶດດິນດອນເຂົາເຈົ້າ. ສະນັ້ນ ເຫດການດັ່ງກ່າວນີ້ຈະມີອີກຕໍ່ໆໄປ ຈົນກວ່າຈະມີການປ່ຽນແປງການປົກຄອງໃນລາວ.
ປະຊາຊົນເຂົ້າຮ່ວມພະລັງປະຊາທິປະໄຕ
ເນື່ອງຈາກວ່າມີເຫດການກໍ່ວິນາສກັມໃນຫລາຍເຂດທົ່ວປະເທດ ໂດຍສະເພາະເຂດໄຊສົມບຸນ ພັກ-ຣັດຈຶ່ງແຕ່ງຕັ້ງນາຍພົນເປັນເຈົ້າແຂວງໃຫມ່, ນອກນີ້ ເຈົ້າຫນ້າທີ່ພັກ-ຣັດ ຫລາຍພາກສ່ວນໄດ້ເລັ່ງລັດການສຶກສາອົບ ຣົມ ໃຫ້ປະຊາຊົນໃນແຂວງໄຊສົມບຸນຢ່າງເອົາໃຈໃສ່ ເພື່ອໃຫ້ປະຊາຊົນເຂົ້າໃຈເຖິງບົດບາດຂອງພັກ-ຣັດແລະ ໃຫ້ຊາວບ້ານຣະມັດຣະວັງໂດຍເນັ້ນໃສ່ປະຊາ ຊົນເຂດຫ່າງໄກສອກຫລີກເພາະ ຢ້ານ ພວກເຂົາເຈົ້າຈະຖືກກຸ່ມຄົນບໍດີ (ພະລັງປະຊາທິປະໄຕ) ມາຍຸຍົງໃຫ້ເຂົ້າຮ່ວມຂະບວນການຕໍ່ ຕ້ານ. ເຈົ້າຫນ້າທີ່ ກະຊວງປ້ອງກັນຄວາມສະງົບກ່າວວ່າ ຮອດປັດຈຸບັນນີ້ ປະຊາຊົນໃນແຂວງໄຊສົມບຸນໂດຍສະເພາະບັນດາ ເຜົ່າຍັງບໍ່ຮູ້ ຈັກຣະບົບການເມືອງຂອງທາງການລາວ ຫລາຍຄົນ ຮອດບໍ່ຮູ້ວ່າແມ່ນໃຜເປັນປະທານປະເທດ, ໃຜເປັນນາຍົກຣັຖມົນຕີ ເພາະພວກເຂົາບໍ່ເຄີຍຮັບຂ່າວສານໃດໆຈາກທາງການ. ສະນັ້ນຖ້າບໍ່ເອົາໃຈ ໃສ່ໃນດ້ານນີ້  ພວກກໍ່ກວນອາດໃຊ້ປະຊາຊົນເປັນເຄື່ອງມືກໍເປັນໄດ້. ທ່ານວ່າ ບໍ່ດົນມານີ້ ເຈົ້າຫນ້າທີແຂວງໄຊສົມບຸນໄດ້ຈັບກຸມ ພວກກໍ່ກວນໄດ້ 22 ຄົນຊຶ່ງເປັນຜູ້ຕ້ອງສົງ ໄສໃນຄະດີກໍ່ຄວາມບໍ່ສະງົບ ເມື່ອສືບສວນແລ້ວ ກໍບໍມີຫລັກຖານພຽງພໍ ກໍໃຫ້ການອົບ ຣົມແລ້ວກໍປ່ອຍໄປ ແຕ່ ສຳລັບຜູ້ມີຄວາມຜິດແທ້ກໍຖືກສົ່ງໄປດຳເນີນຄະດີ. ຍ້ອນການ ປົກຄອງແບບຜະ ເດັດການ ສໍ້ໂກງ ບໍ່ມີຍຸຕິທັມໃນສັງ ຄົມ ຈຶ່ງພາໃຫ້ປະ ຊາຊົນ ຄຽດແຄ້ນ, ສະນັ້ນ ຕາມສະພາບການແລ້ວອາດຈະມີການຮື້ຟື້ນເກີດຂຶ້ນກໍເປັນໄດ້ ໃນມໍ່ໆນີ້.
ປະທະຍິງກັນອີກຢູ່ເຂດກາສີ ຕາຍ11 ຄົນເຫດການເກີດຄວາມບໍ່ສງົບໄດ້ມີຂຶ້ນຢ່າງເນື່ອງນິດ ເຮັດໃຫ້ປະຊາຊົນມີຄວາມວິຕົກ ເມື່ອຕົ້ນເດືອນພຶສພາ ຜ່ານມາໄດ້ມີການຍິງກັນຣະຫວ່າງທະຫານລາວແດງແລະກຸ່ມປະກອບອາວຸດທີ່ບໍ່ຮູ້ຟ່າຍ ຢູ່ເສັ້ນທາງຕັດໃຫມ່ຣະຫວ່າງເມືອງກາສີແຂວງວຽງຈັນໄປຫາເມື່ອງນານແຂວງຫລວງພະບາງ ເປັນເຫດເຮັດໃຫ້ທະຫານກອງທັບຊັ້ນນາຍຮ້ອຍແລະຮວມທັງສອງຟ່າຍເສັຍຊີວິດ 11 ຄົນ, ບ່ອນຍິງປະທະກັນນີ້ບໍ່ຫ່າງຈາກຈຸດທີ່ມີການລັດຍິງຣົດເມໂດຍສານຂອງຈີນແລະຣົດຕູ້ໃນວັນທີ 23 ມິນາທີ່ເຮັດໃຫ້ຜູ້ໂດຍສານຈີນເຈັບ 6 ຄົນຕາຍ 1 ຄົນ. ແຕ່ຕົ້ນປີນີ້ມາມີເຫດການບໍສງົບດັ່ງນີ້: ວັນທີ 14 ມົກກຣາ ມີກຸ່ມປະກອບອາວຸດ ລັດຍິງຣົດໂດຍສານວຽງຈັນ-ຫລວງນ້ຳທາ ເຂດພູຄູນ ເມືອງກາສີເຮັດໃຫ້ໄູ້ໂດຍສານໄດ້ຮັບບາດເຈັບ. ວັນທີ 1 ມິນາ ບັດຍິງຣົດເມ ໂດຍສານວຽງຈັນ-ຫລວງພະບາງ ເຮັດໃຫ້ໄູ້ໂດຍສານ ຮັບບາດເຈັບ 5ຄົນ ແລະໃນມື້ດຽວ ກັນມີການລັດຍິງກັມກອນຈີນ ທີ່ເຮັດວຽກຕັດໄມ້ ຢູ່ຫນ້າເຂື່ອນນ້ຳງື່ມ 3 ເຮັດໃຫ້ຈີນ ເວັຍຊີວິດ 1 ຄົນ ແລະເຈັບ 4 ຄົນ. ວັນທີ 7 ເມສາ ເຈົ້າຫນ້ທີ່ເມືອງແມດແຂວງວຽງຈັນໄດ້ຈັບກຸ່ມຜູ້ຕ້ອງສົງໄສ 30 ຄົນ ເຊື່ອກັນວ່າ ມີສ່ວນພົວພັນໃນການລັກຍິງຣົດ ກໍ່ຄວາມວຸ້ວາຍ.  ລວມຄວາມແລ້ວພັກ-ຣັດບໍ່ມີຄວາມສາມາດຮັກສາຄວາມສງົບ ນອກຈາກເອົາຕ່າງດ້າວ ມາຄຸ້ມຄອງລາວ.
ຜູ້ນຳ ສປປລາວ ຂຸດໃຫມ່
ກອງປະຊຸມສະພາຄັ້ງປະຖົມເລີກຊຸດທີ 8, ວັນທີ 20
ເມສາ 2016 ໄດ້ແຕ່ງຕັ້ງຄນະນຳພາໃຫມ່ດັ່ງນີ້ ທ່ານ ບຸນຍັງ ວໍຣະຈິດ ເລຂາທິການພັກ ເປັນປະທານ ປະ ເທດ, ,ທ່ານພັນຄຳ ວິພາວັນ ຮອງປະທານປະເທດ, ນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ,ພົນໂທແສງນວນ ໄຊຍະລາດ  ເປັນຮອງປະທານສະພາ, ທ.ບຸນປອນ ບຸດຕະນະວົງ ຮອງປະທານສະພາ, ນາງສີໄສ ລືເດດມູນສອນ ຮອງປະທານສະພາແລະໄດ້ແຕ່ງ ຕັ້ງເອົາຄນະຣັຖບານໃຫມ່ປະກອບ ມີ : 1-ທ່ານ ທລຸນ ສີສຸລິດ ນາຍົກຣັຖມົນຕີ, 2-ທ.ບຸນທອງ ຈິດມະນີຮອງນາຍົກ, ປະທານກວດກາຣັຖບານແລະຫົວຫນ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ; 3-ທ.ສອນໄຊ ສີພັນດອນ ຮອງນາຍົກ; 4-ສົມດີ ດວງດີ ຮອງນາຍົກ, ຣັຖມົນຕີກະ ຊວງການເງິນ; 5-ພົນໂທ ຈັນສມອນ ຈັນຍາລາດ ຣຖມ ກະຊວງປ້ອງກັນປະ ເທດ; 6-ພົນຕີສົມແກ້ວ ສີຫາວົງ ຣຖມ ກະຊວງ ປກສ (ຕຳຣວດ);7-ຄຳຫມັ້ນ ສຸນວິເສດ ຣຖມ ພາຍໃນ; 8-ຈະເຣີນ ເຢຍປາວເຮີ ຣຖມ ປະຈຳສຳນັກງານ ນາຍົກ; 9-ສົມມາດ ພົນເສ ນາ ຣຖມ ຊັພຍາກອນທັມຊາດແລະສິ່ງແວດລ້ອມ; 10-ບໍ່ແສງຄຳ ວົງດາລາ ຣຖມ ຖແລງຂ່າວ ວັທນະທັມແລະທ່ອງທ່ຽວ; 11- ລຽນ ທິແກ້ວ ຣຖມ ກະສິກຳແລະປ່າໄມ້; 12-ໄຊສີ ສັນຕິວົງ ຣຖມ ຍຸຕິທັມ;13-ຄຳແພງ ໄຊສົມແພງ ຣຖມ ແຮງງານແລະສວັດດີການສັງຄົມ;14-ຄຳເມິງ ພົງທະດີ ຣຖມ ຫົວຫນ້າຫ້ອງວ່າ ການສຳນັກງານປະທານປະເທດ; 15-ນາງເຂັມນີ ພົນເສນາ ຣຖມ ອຸດສາຫະກຳແລະການຄ້າ; 16-ຄຳມະນີ ອິນທິລາດ ຣຖມ ພະລັງງານແລະບໍ່ແຮ່; 17-ບໍ່ວຽງຄຳ ວົງດາລາ ຣຖມ ວິທຍາສາດ ແລະເຕັກໂນໂລຊີ;18-ສເລີມໄຊ ກົມສິດ ຣຖມ ກະຊວງຕາງປະເທດ; 19-ນາງແສງເດືອນ ຫລ້າຈັນທະບູນ ຣຖມ ສຶກສາທິການແລະກິລາ; 20-ສົມພາວ ໄພສິດ ຜູ້ວ່າການທະ ນາຄານແຫ່ງຊາດ; 21-ທັນສໄມ ກົມສິດ ຣຖມ ໄປສະນີ  ໂທຣຄົມນາຄົມແລະການສື່ສານ; 22- ບຸນຈັນ ສິນທະວົງ ຣຖມ ໂຍທາແລະຂົນສົ່ງ;23-ເພັດ ພົມພິພັກ ຣຖມ ຫ້ອງການສຳນັກງານນາຍົກ;24-ສຸພັນ ແກ້ວມີໄຊ ຣຖມ ແຜນການແລະກາຍລົງທຶນ;25-ບຸນກອງ ສີຫາວົງ ຣຖມ ສາທາຣະນະສຸກ;26-ບຸນເກີດ ສັງສົມສັກ ປະຈຳສຳນັກງານນາຍົກ; 27-ອາລຸນແກ້ວ ກິດຕິຄຸນ ປະຈຳສຳນັກງານນາຍົກ; 28-ສຸວັນເພັງ ບຸບຜານຸວົງ ປະຈຳສຳນັກງານນາຍົກຣັຖມົນຕີ.  ຜູ້ນຳຊຸດໃຫມ່ຈະບໍ່ຕ່າງຫຍັງກັບຊຸດເກົ່າ ຍັງຮັບໃຊ້ຣະບອບການ ເມືອງ ແບບຜະເດັດການພັກດຽວ ພຽງແຕ່ເປັນການ ປ່ຽນຟຽນ ກັນສໍ້ໂກງປຸ້ນຊາດ, ປຊຊ ລາວ ຕ້ອງສືບ ຕໍ່ທົນທຸກທໍຣະມານຕໍ່ໄປ.
ຄ້າຂອງເຖື່ອນຢູ່ຊາຍແດນລາວ-ຈີນ
ການຂົນສົ່ງຂອງເຖື່ອນ ເຂົ້າ-ອອກ ຜິດກົດຫມາຍຜ່ານດ່ານລາວ-ຈີນທີ່ ດ່ານ "ແມວຈາຍ"ຊຶ່ງເປັນດ່ານຊາຍແດນຣະຫວ່າງແຂວງ ອຸດົມໄຊກັບປະເທດຈີນເປັນຈຳນວນຫລວງຫລາຍ ໂດຍເຈົ້າຫນ້າທີ່ປະຈຳດ່ານນັ້ນອຳນວຍຄວາມສະດວກໃຫ້ໃນເວລາທີ່ມີການເອົາສິນຄ້າຜ່ານ, ຕົວຢ່າງ ສິນຄ້າຫນີພາສີ ທີ່ນຳມາຈາກຈີນກໍແມ່ນຈ້າງພະນັກງານຢູ່ດ່ານນັ້ນໃຫ້ປ່ອຍສິນຄ້າເຂົ້າມາລາວ ແລະທາງລາວກໍສົ່ງສິນຄ້າໄປຈີນແຕ່ລະມື້ສົ່ງໄມ້ແລະແຮ່ທາດທີ່ຂຸດຈາກເມືອງຫລາແຂວງອຸດົມໄຊ ຜ່ານດ່ານນີ້ເຫມືອນກັນ. ການຂຸດຄົ້ນບໍ່ທອງ ຢູ່ບ້ານນາສວ່າງ ແຂວງອຸດົມໄຊ ທີ່ຂຸດໄດ້ເກືອບ 3 ພັນໂຕນ ສົ່ງໄປຈີນ ກໍແມ່ນຜ່ານດ່ານ "ແມວ ຈາຍ" ເພາະມັນສະດວກ ບໍ່ມີການກວດກາວ່າຣົດຂົນ ສົ່ງແຮ່ທາດອອກໄປຈີນນັ້ນມີຫຍັງແດ່ ? ພະນັກງານຢູ່ດ່ານນີ້ ລ້ຳລວຍຮັ່ງມີຜິດປົກຕິ, ເຮັດໃຫ້ເງິນຄ່າພາສີບໍ່ເຂົ້າຄັງຣັດ, ດັ່ງນັ້ນຈຶ່ງມີຫາງສຽງຮຽກຮ້ອງໃຫ້ອົງ ການກວດສອບແຫ່ງຣັດໄປກວດກາຫາຄວາມຈິງ ເພາະສະເລັ່ຍແລ້ວແຕ່ລະປີມີເງິນຮົ່ວໄຫລ ສະເພາະດ່ານ"ແມວຈາຍ"ນີ້ ແມ່ນຫລາຍຕື້ກີບ. ບໍ່ເປັນເຣື້ອງແປກເມື່ອຜູ້ນຳປະເທດເປັນແບບຢ່າງໃນການສໍ້ໂກງ,ເພິ່ນອ້າງວ່າ ເຮັດເພື່ອຊາດເພື່ອປະຊາຊົນ,ຈະໃຊ້ລະບຽບກັບລູກນ້ອງກໍຍໍໄດ້ ເພາະໄກ່ເຫັນຕີນງູແລະງູເຫັນນົມໄກ່, ຄວາມຍາກຈົນຕົກໃສ່ປະຊາຊົນ. ລາວຜູ້ຮັກຊາດຄວນຄຶດແລະຕ້ອງເຮັດໃຫ້ມີການປະ ຕິຮູບການເມືອງດ່ວນ.
ແກວແດງຂົນໄມ້ໄປບ້ານເຂົາ
ບໍຣິສັດແກວແດງ "ຮ່ວງແອງຢາລາຍ" ມາຂົນເອົາໄມ້ທີ່ເຂົາຕັດແລະຊຸກເຊື່ອງໄວ້ໃນປ່າ ເປັນຕົ້ນໄມ້ຂະຍຸງ
ໄມ້ປະດົງແລະໄມ້ອື່ນໆອັນມີຄ່າ ຍັດໃສ່ກະສອບນ້ຳຕານແລະປົນສິນຄ້າອື່ນໆໂດຍບໍ່ຄຳນຶງຫານ້ຳຫນັກສ່ວນຫລາຍແມ່ນຜ່ານດ່ານສາກົນ"ພູເກືອ" ພາໃຫ້ ຂົວທົນກັບນ້ຳຫນັກຣົດບໍ່ໄດ້ຈຶ່ງຫັກຫລາຍຄັ້ງແລ້ວ.ຜູ້ນຳ ຜະ ເດັດການລາວ ບໍໄດ້ເອົາຫົວຊານຳເຣື້ອງນີ້ ເພາະໄດ້ມອບສິດແລະອຳນາດໃຫ້ແກວແດງຄອບ ຄອງລາວມຕັ້ງແຕ່ປີ 1975 ເປັນຕົ້ນມາແລ້ວກໍຖືວ່າ ເປັນຂອງທັມດາ, ຈຶ່ງເປັນຫນ້າສົມເພດເວທນາ ສະ ພາບການໃນລາວ, ສ່ວນປະຊາຊົນກໍຮັບເຄາະແລະ ຕົກທຸກໄດ້ຍາກຕໍ່ໆໄປ ! ພວກເຮົາຈະສົມຄວນ ປະ ປ່ອຍໄປບໍ ? ຄວນແລ້ວຈະຕ້ອງແກ້ໄຂທຸກວິທີທາງຮ່ວມກັນ,ເຮັດໃຫ້ມີການປະຕິຮູບການເມືອງດ່ວນ.
ແກ້ງແກວແດງລັກຣົດຢູ່ຫລວງພະບາງນອກຈາກລັກເຄື່ອງຂອງໃນເຮືອນຊານບ້ານຊ່ອງແລ້ວ ຍັງລັກເອົາພະພຸທຮູບໃນຫລາຍແຫ່ງທົ່ວປະ ເທດ, ມໍ່ໆມານີ້ ພວກແກວແດງເປັນຫລາຍໆກຸ່ມ ພາກັນລັກຣົດຢູ່ຫລວງພະບາງເມືອງມໍຣະດົກໂລກ.ນອກນີ້ເຂົາຍັງກໍ່ຄວາມວຸ້ນວາຍຊຶ່ງເຈົ້າຫນ້າທີ່ບໍ່ສາມາດລະງັບຄວາມສະ ງົບໄດ້ ພາໃຫ້ປະຊາຊົນຊາວຫລວງພະບາງມີຄວາມຢ້ານກົວ. ຜູ້ນຳຜະເດັດການລາວໂດຍສະເພາະຕຳຣວດ ກປສ ຖືວ່າ ແກວແດງເປັນຜູ້ຍິ່ງໃຫຍ່ ຈຶ່ງບໍ່ກ້າແຕະຕ້ອງຢ້ານຕົກຊັ້ນຫລືໄລ່ອອກການ ຫລືຖືກໂທດ. ສະນັ້ນພວກເຮົາຜູ້ຮັກຊາດ ຄວນແລ້ວຈະຕ້ອງຮ່ວມມືກັນ ເພື່ອຮື້ຟື້ນເຮັດໃຫ້ມີການປ່ຽນແປບທິດທາງການປົກຄອງ ທັງນີ້ກໍເພື່ອໃຫ້ ລາວພົ້ນອອກຈາກຄວາມທຸກຍາກ ໃຫ້ມີເອກຣາດຂອງຊາດ ບໍ່ຢູ່ໃຕ້ອຳນາດຕ່າງດ້າວ..
ແຜນພັທນາຂອງຜູ້ນຳຊຸດໃຫມ່
ກອງປະຊຸມສະພາຊຸດທີ 8 ໄດ້ອອກສຽງເຫັນພ້ອມໃນ ແຜນພັທນາເສຖກິດ-ສັງຄົມຂອງຣັຖບານໃນ 5 ປີຂ້າງຫນ້າ ຄື ປີ 2016 ຫາ 2020, ກົນໄກການປະຕິ ບັດງານ 10 ປີ ແລະວິໄສທັດ 15 ປີ ຣະຫວ່າງ ປີ 2016 ຫາປີ 2030. ແຜນພັທນາດັ່ງກ່າວ ເຮັດໃຫ້ລາວພົ້ນ ອອກຈາກການເປັນປະເທດດ້ອຍພັທນາໃຫ້ໄດ້ ປີ 2020. ນອກ ຈາກນັ້ນແຜນພັທນາຈະເພີ້ມຣາຍໄດ້ຕໍ່ຄອບຄົວແຕ່ລະປີຈາກ 1 950 ໂດລາ ໃນປະຈຸບັນ(ທີ່ຈິງແລ້ວຣາຍ ໄດ້ ບໍ່ເຖິງ 300 ໂດລາຕໍ່ຄອບຄົວແລະຕໍ່ປີ) ໃຫ້ເປັນ 3 190 ໂດລາຕໍ່ຄອບຄົວໃນປີ 2020 .ໃນ ວິໄສທັດ 15 ປີ ແຕ່ນີ້ຮອດປີ 2030 ເພິ່ນມີເປົ້າຫມາຍໃຫ້ ລາວຮັ່ງມີ ແລະຈະມຸ້ງຫນ້າໄປສູ້ສັງ ຄົມນິຍົມ ?  ແຕ່ເຖິງຢ່າງໃດກໍຕາມ, ທຸກຢ່າງກໍເປັນພຽງແຕ່ແຜນ ພັທນາໃນ 5 ປີຂ້າງຫນ້າ ແຕ່ສະພາບ ຕົວຈິງນັ້ນ ນັກວິເຄາະເວົ້າວ່າ ບັນຫາທີ່ທ້າທາຍກໍຍັງມີຢູ່ຖ້ວມລົ້ນ ເຊັ່ນ ການສໍ້ລາດບັງຫລວງ ຂອງເຈົ້າຫນ້າທີ່ຣັດ ທີ່ທາງການລາວບໍ່ສາມາດປາບປາມແກ້ ໄຂໄດ້,ນອກ ນີ້ ການປົກຄອງແບບຜະເດັດການບໍ່ເຂົ້າກັບທິດທາງສາກົນທີ່ຊ່ວຍເຫລືອຢາກໃຫ້ ສປປລາວ ກ້າວໄປສູ່ ການປົກຄອງ ແບບເສຣີປະຊາທິປະໄຕ, ສິ່ງນີ້ເປັນການທ້າທາຍຂອງການນຳພາຊຸດໃຫມ່ນີ້.
ຈີນຈະສ້າງທາງດ່ວນ "ບໍເຕັນຊາຍແດນຈີນ-ຫ້ວຍຊາຍ".
ຈີນຈະສ້າງທາງຫລວງສາຍດ່ວນຈາກເຂດເສຖກິດສະເພາະ "ບໍເຕັນແດນງາມ" ໄປຫາເມືອງຫ້ວຍຊາຍແຂວງບໍ່ແກ້ວ, ປະຊາຊົນຫລາຍຄອບຄົວ ຢູ່ເມືອງຫລວງນ້ຳທາຈະຖືກຍົກຍ້າຍເຮືອນຊານໄປຢູ່ບ່ອນໃຫມ່, ເສັ້ນທາງດັ່ງກ່າວຈະຕັດຜ່ານເຂດຕົວເມືອງແທນທີ່ຈະຜ່ານພູດອຍ, ແຕ່ຮອດມື້ນີ້ທາງການລາວຍັງບໍ່ເປີດເຜີຍ ຣາຍລະອຽດວ່າຈະຖືກເຮືອນຊານຂອງປະຊາຊົນຢູ່ຈຸດໃດ, ຈຶ່ງເຫັນໄດ້ວ່າການປະຕິບັດທຸກຢ່າງແມ່ນຕ່າງດ້າວເຮັດຕາມໃຈເຂົາ ເພາະເຂົາເປັນຜູ້ລົງທຶນ ນອກນີ້ຍັງບອກວ່າທາງຈີນຍັງຊອກຫາແຫລ່ງທຶນຈາກຕ່າງປະເທດ ຢູ່ ? ເຈົ້າຫນ້າລາວໃຫ້ເຫດຜົນວ່າ ເສັ້ນທາງສາຍດ່ວນນີ້ ຈະອຳນວຍຄວາມສະດວກໃນການເດີນທາງ ໂດຍສະ ເພາະ ສິນຄ້າຈີນຈະຜ່ານລາວໄປຫາປະເທດໄທ. ຕາມຣາຍງານຂອງ ຜູ້ຮ່ວມງານວ່າ ເສັ້ນທາງສາຍດ່ວນນີ້ເປັນການລົງ ທຶນຂອງຈີນໃນຮູບແບບສ້າງແລ້ວ ແມ່ນຈີນມາດຳ ເນີນບໍຣິຫານເກັບເງິນຄ່າຜ່ານເອົາເອງ ແລ້ວຈຶ່ງມອບໃຫ້ລາວຫລັງຈາກຫມົດສັນຍາ. ພວກເຮົາເຫັນວ່າ ລາວບໍ່ມີຄວາມສາມາດຈັກຢ່າງເລີຍ  ນອກຈາກມອບສິດແລະອຳນາດໃຫ້ເພື່ອນບ້ານມາຄອບຄອງແລ້ວຍັງສັ່ງໃຫ້ປະຊາຊົນຍົກຍ້າຍຈາກບ່ອນເຂົາທຳ
ມາ ຫາ ລ້ຽງຊີບ, ມັນເປັນການຫມິ່ນປະຫມາດ ປຊຊ ລາວ. ຕ້ອງພ້ອມພຽງກັນຮື້ຟື້ນປະຕິຮູບການເມືອງ.
ດ່ານສາກົນ 9 ຈຸດແຈກຢາຍສິນຄ້າ
ກະຊວງໂຍທາຂົນສົ່ງ ໄດ້ຮັບເອົາແຜນຍຸທສາດການ ພັທນາດ້ານເຕົ້າໂຮມແລະແຈກຢາຍສິນຄ້າເພື່ອເຊື່ອມຕໍ່ສາກົນໂດຍສະເພາະແມ່ນປະເທດໃນເຂດລຸ່ມແມ່ນຳ້ຂອງແລະໃນກຸ່ມອາຊຽນ. ແຜນຍຸທສາດ 9ຈຸດດັ່ງ ກ່າວປະກອບດ້ວຍ ເມືອງຫ້ວຍຊາຍໃນແຂວງບໍ່ແກ້ວ,ນາເຕີຍແຂວງຫລວງນ້ຳທາ, ເມືອງໄຊແຂວງອຸດົມໄຊ, ເມືອງຫລວງພະບາງ, ທ່ານາແລ້ງ ໃນນະ ຄອນຫລວງວຽງຈັນ, ຫລັກ 20 ແຂວງບໍລິຄຳໄຊ, ທ່າແຂກແຂວງຄຳມ່ວນ, ເຊໂນແຂວງສວັນນະເຂດແລະ ວັງເຕົ່າແຂວງຈຳປາສັກ. ທາງໄທຄາດຫມາຍວ່າ ຈະ ໄດ້ປ່ຽນດຸນສິນຄ້າເພື້ມຂຶ້ນເປັນ 5000 ລ້ານໂດລາສະຫະຣັດໃນປີ 2017 ອາດຈະເພີ້ມມູນຄ່າການຄ້າ ເຖິງ 8000 ລ້ານໂດລາໂດຍໃນນີ້ຄາດວ່າ ຈະສົ່ງສິນຄ້າໄທໄປລາວໃນມູນຄ່າ 6500 ລ້ານໂດລາ ໃນຂນະທີໄທນຳເຂົ້າສິນຄ້າຈາກລາວ 1500 ລ້ານໂດ ລາສະ ຫະຣັດ.
ຫ້າມຕິດຣາຄາສິນຄ້າເປັນເງິນຕ່າງປະເທດ
ອີງຕາມທາດຕະການປັບໄຫມ ມາດຕາ 49 ກ່ຍວກັບ ການລະເມີດກົດຫມາຍແລະຣະບຽບການອື່ນໆກ່ຽວ ກັບການຄຸ້ມຄອງເງິນຕາຕ່າງປະເທດຈະຖືກປັບໄຫມຕາມແຕ່ກໍຣະນີ ດັ່ງນີ້ : 1-ຕິດປະກາດຫລືໂຄສະນາ ລາຄາ ເປັນເງິນຕາຕ່າງປະເທດຈະຖືກປັບໄຫມ ຫນຶ່ງລ້ານກີບ (1.000​ 000) ຕໍ່ຄັ້ງ ; 2-ຮັບຊຳລະຫລືຊຳລະຄ່າສິນຄ້າ, ຄ່າບໍຣິການ, ຊຳລະຫນີ້, ເບີກຈ່າຍເງິນເດືອນ, ປະຕິບັດພັນທະຕໍ່ຣັດເປັນເງິນຕາຕ່າງປະເທດໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໄຫມ່ ສາມສິບລ້ານກີບ (3000​000) ຕໍ່ຄັ້ງ ; 3-ດຳເນີນທຸຣະກິດເງິນຕາຕ່າງປະເທດ ຫລືແລກປ່ຽນເງິນຕາໂດຍບໍ່ໄດ້ຮັບອະນຸຍາດ ຖືກປັບໄຫມ ສາມສີບລ້ານ ກີບ; 4-ກຳ ນົດ, ຕິດປະກາດ ຫລື ປະຕິບັດອັດຕາແລກປ່ຽນຂອງທະນາຄານທຸຣະກິດ ຮ້ານແລກປ່ຽນເງິນຕາ ຫລື ສະ ຖານທີ່ບໍຣິການທີ່ກ່ຽວຂ້ອງ ທີ່ບໍ່ຖືກຕ້ອງຕາມລະບຽບການ ຈະຖືກໄຫມ ຫ້າລ້ານ (5 000 000) ຕໍ່ຄັ້ງ. ລະ ບຽບການແບບນີ້ໄດ້ອອກປະກາດມາຫລາຍຄັ້ງແລ້ວ ແຕ່ບໍ່ໄດ້ປະຕິບັດ. ແລະລະບຽບອື່ນໆກໍເຫມືອນກັນ ບໍ່ ມີໃຜປະຕິບັດຕາມ.
ຈີນສ້າງເຂື່ອນນ້ຳອູ ຂາຍໄຟຟ້າໃຫ້ລາວ
 ບໍຣິສັດ"ຊີໂນ-ອີດໂຣ"ຂອງຊີນ ຈະສ້າງ້ຂື່ອນໃສ່ນ້ຳອູ ເຖິງ 7 ເຂື່ອນ, ກຳລັງສ້າງຢູ່ ແມ່ນເຂື່ອນນ້ຳອູ 2 ເຂື່ອນນ້ຳອູ 5ແລະ 6 ເຂດເທືອງງອຍ ແຂວງຫລວງພະບາງ, ເຈົ້າຫນ້າທີ່ລາວກ່າວວ່າ ການອະນຸຍາດໃຫ້ຈີນສ້າງເຂື່ອນທັງ 7 ນີ້ ເປັນໂຄງການຂອງພັກ-ຣັດ ເພື່ອຫລຸດ ຜ່ອນຄວາມທຸກຍາກຂອງປະຊາຊົນ ແລະສະແດງໃຫ້ເຫັນວ່າ ລາວແລະຈີນມີ ຄວາມສຳພັນແລະຮ່ວມມືກັນຕໍອດມາ, ການລົງທຶນສ້າງຂອງຈີນທັງຫມົດ 2​ 800 ລ້ານໂດລາສະຫະຣັດຈະສາມາດຜລິດໄຟໄ້າໄດ້ປະມານ 1 280 ເມກາວັດ. ເມືອສຳເຣັດແລ້ວ ຈີນຈະເປັນເຈົ້າຂອງເວລາ 30 ປີ ຫລັງຈາກນັ້ນຈະໂອນໃຫ້ລາວ ໃນເວລາເປັນເຈົ້າຂອງຢູ່ນັ້ນ ຈີນຈະຂາຍໄຟຟ້າໃຫ້ລາວແລະໄທ. ເຂື່ອນສ້າງ ໃສ່ດິນລາວແລ້ວຂາຍໃຫ້ລາວ ?  ປະຊາຊົນໄດ້ຮັບຜົນ ຫຍັງ ? ເປັນການໃຫ້ຈີນມາປຸ້ນຈີ້ເສຖກິດລາວ.       ແມ່ແກ້ຂັດວຽດນາມກຳລັງແຜ່ຫລາຍໃນລາວໃນທົ່ວປະເທດສາວບໍຣິການທາງເພດຈາກວຽດນາມ ກຳລັງແຜ່ຫລາຍໃນສັງຄົມລາວ, ເຂົາເຂົ້າມາລາວໃນ ຫລາຍຮູບແບບ ໆ ເປັນຊາງດັດຜົມ ຊາງນວດ ຊາງ
ແຕ່ງຫນ້າເສີມສວຍ ຂາຍຂນົມ...ລ້ວນແລ້ວແຕ່ເປັນ ສາວບໍຣິການທາງເພດ, ຍິງປະເພດນີ້ມີຢູ່ຕາມເສັ້ນ            ທາງໂພນຕ້ອບຫາດົງໂດກ (ວຽງຈັນ), ນອກຈາກວຽງຈັນແລ້ວຍັງມີຢູ່ ສວັນນະເຂດ ຈຳປາສັກ ຄຳມ່ວນ
 ອັດຕະປື ໂດຍສະເພາະເມືອງມະຫາໄຊທາງເຂົ້າໂຮງ ງານຊີມັງ ເຕັມໄປດ້ວຍຮ້ານຮ້ານວຽດຂາຍບໍຣິການ ທາງເພດ, ເປັນການເບື່ອເມົາສັງຄົມລາວຊຶ່ງພາໃຫ້ປະເທດເປັ້ຍລ່ອຍດ້ອຍພັທນາ, ຕິດໂລກ"ເອດ"ຈຶ່ງເປັນໂອກາດໃຫ້ແກວແດງເຂົ້າມາຄອບຄອງງ່າຍໃນ ທຸກໆດ້ານ, ທຸກຢ່າງແມ່ນຍ້ອນການນຳພາເປື່ອຍເຍື່ອຍ ບໍ່ເປັນຕົວຂອງຕົນເອງ ອາໄສແຕ່ຕ່າງດ້າວໂດຍສະເພາະປະເທດໃກ້ຄຽງ. ບັນດາຜູ້ຮັກຊາດຢູ່ໃນ ແລະນອກປະເທດ ຕ້ອງຮ່ວມກັນຮື້ຟື້ນເຮັດໃຫ້ມີການຫັນປ່່ຽນທິດທາງການປົກຄອງ ໂດຍດ່ວນ.                               +++++++++++++++++++++++++++++++++++++++
"ຂະບວນການເພື່ອຊາດລາວ"  ຍຶດຫມັ້ນ ໃນອຸດົມການ ຕໍ່ສູ້ ເພື່ອ: ລາວເປັນລາວ, ລາວເອກຣາດ, ປະເທດຊາດເຂັ້ມແຂງ, ປະຊາຊົນສາມັກຄີ  ມີຄວາມສຸກ  ຍຸຕິທັມໃນສັງຄົມ, ຈະຮ່ວມ ແລະສນັບສນູນທຸກການຈັດຕັ້ງແລະບຸກຄົນທີ່ມີເປົ້າຫມາຍຄ້າຍ ຄືກັນ ໃນການຕໍ່ສູ້ເພື່ອຄວາມເປັນລາວ.                       +++++++++++++++++++++++++++++++++++++++
ຈີນແລະລາວຮ່ວມມືດ້ານຄວາມປອດໄພ
ຂ່າວຈາກ"ຊິນຮົວ"ແຈ້ງວ່າ ຫລັງຈາກມີການໂຈມຕີຊາວຈີນໃນລາວ, ໄດ້ອອກຖແລງການວ່າ ຈະຂຍາຍຄວາມຮ່ວມມືທາງທະຫານ ຊຶ່ງຮວມທັງການຟຶກບຸຄລາກອນແລະການໃຫ້ຄວາມຊ່ວຍເຫລືອໃນດ້ານອື່ນ ນຳອີກ ດ້ວຍ. ລາວມີຄວາມສຳພັນຢ່າງໃຫຊິດກັບວຽດ ນາມ ທັງມີລະບົບການເມືອງທີ່ຖອດຖອນແບບດຽວກັນ ແຕ່ຈີນທີ່ປົກຄອງດ້ວຍລະບົບຄອມມຸນິດແບບດຽວກັນ ກຳລັງສ້າງອິດທິພົນໃນລາວ ໃຫ້ການຢືມເງິນແລະການຊ່ວຍເຫລືອ ລົງທຶນດ້ານສາທາຣນູປະໂພດຈີນເຫັນວ່າ ລາວເປັນທາງຜ່ານສຳຄັນຂອງສິນຄ້າຈີນໄປສູ່ ປະເທດອາຊີອາຄະເນ. ເຖິງຢ່າງໃດ ຈີຍແລະວຽດນາມໄດ້ເຂົ້າມາຄວບຄຸມລາວໃນທຸກດ້ານ
ພັກ-ຣັດປຸ້ນຈີ້ປະຊາຊົນແບບຜະເດັດການ
ຂ່າວຈາກຫນັງສືພິມຂອງທາງການລາວແຈ້ງວ່າ ທາງການນະຄອນວຽງຈັນປະກາດຂາຍດິນຕາມຖນົນ.450 ປີໃນເຂດຊານນະຄອນ ໃນຣາຄາສູງກວ່າ ເກົ່າເຖິງ 10 ເທົ່າ. ເມື່ອປີ 2010 ຣັຖບານສ້າງຖນົນເສັ້ນນີ້ໄປກວມເອົາທີ່ດິນຂອງປະຊາຊົນ, ຕໍ່ມາທາງການກໍປະກາດໃຫ້ເຈົ້າຂອງທີ່ດິນທັງຫມົດ 387 ຄົນ ໄປເອົາຄ່າຊົດເຊີຍ , ແຕ່ເຈົ້າຂອງດິນເກືອບເຄິ່ງນຶ່ງບໍ່ ຍອມຮັບເອົາຄ່າຊົດເຊີຍ ເພາະເຫັນວ່າຄ່າຊົດເຊີຍຫນ້ອຍເກີນໄປ. ເມື່ອເດືອນຕຸລາປີກາຍນີ້ທາງການປະກາດເທື່ອສຸດທ້າຍ ແຕ່ເຈົ້າຂອງດິນກໍຍັງບໍ່ຍອມ ຮັບເອົາເງິນ, ສຸດທ້າຍເມື່ອວັນທີ່ 4 ພິສພາ(5)ນີ້ ທາງ ການບອກວ່າ ຄນະກັມການຮັບຜິດຊອບໂຄງການສ້າງຖນົນ 450ປີ ປະກາດຂາຍທີ່ດິນທັງຫມົດຕາມ ແຄມຖນົນດັ່ງກ່າວ ໃນນັ້ນຮວມທັງທີ່ດິນຂອງ ປະຊາຊົນທີ່ບໍ່ຍອມຮັບເງິນຄ່າຊົດເຊີຍນັ້ນນຳ ດ້ວຍຣາຄາ 130 ຫາ 150 ໂດລາສະຫະຣັດຕໍ່ນຶ່ງແມ້ດມົນທົນ ຊຶ່ງ ເປັນຣາຄາສູງກວ່າຄ່າຊົດເຊີຍທີ່ພັກ-ຣັດຈ່າຍໃຫ້ເຈົ້າ ຂອງດິນ. ເຈົ້າຫນ້າທີ່ຍັງປະກາດອີກວ່າ : ປະຈຸບັນເຈົ້າຂອງດິນທີ່ຍັງບໍ່ຍອມຮັບເອົາຄ່າຊົດເຊີຍ ກໍຍັງສາມາດ ມາຮັບເອົາຄ່າຊົດເຊີຍໄດ້ຢູ່. ຜູ້ນຳຊຸດໃຫມ່ຊ້ຳ ປະກາດວ່າ ຈະປົກຄອງດ້ວຍກົດຫມາຍ ເປັນແບບນີ້ມັນກໍ ແມ່ນກົດຫມາຍໂຈນປ່າເຖື່ອນ.
 ພັກ-ຣັດຂາຍກາຊີໂນ"ສວັນ-ເວກັສ"ໃຫ້ຈີນ
ບໍຣິສັດ Macau Legend Development ຊຶ່ງເປັນບໍ ຣິສັດການພະນັນຈີນຢູ່ທີ່ເກາະ"ມາກ້າວ"ໄດ້ຕົກລົງຊື້
ໂຮງກາຊີໂນ"ສວັນ ເວກັສ"ຈາກຣັຖບານລາວ 42 ລ້ານໂດລາສະຫະຣັດ, ນອກນີ້ຍັງຈະເປັນເຈົ້າຂອງ ໂຮງກາຊີໂນອີກ 3 ແຫ່ງ, ນອກຈາກ ສວັນ ເວກັສ ທີ່ ແຂວງສວັນນະເຂດ ແມ່ນກາຊີໂນ ແຂວງບໍຣິຄຳໄຊ ແລະກາຊີໂນ ແຂວງຄຳມ່ວນ, ການຊື້ຫລືສຳປະທານນີ້ ກຳນົດ 99 ປີ, ພ້ອມນີ້ຈະສ້າງສນາມກອຟ 2 ແຫ່ງໂຮງ ແຮມໃຫຍ່ ອີກນຶ່ງຫລັງ ເຮືອນວິລລາແລະສະ ອາບນ້ຳ ໃນທີ່ດິນເຂດໃກ້ໆກັບກາຊີໂນ.. ການຂາຍດິນໃຫ້ຕ່າງດ້າວຍັງຈະມີອີກຕໍ່ໆໄປ ຈົນຮອດມື້ປະຊາ ຊົນຮື້ຟື້ນໂຄ່ນລົ້ມຣະບອບຜະເດັດການລາວ ຈຶ່ງຈະຍຸຕິການຍຶດເອົາດິນປະຊາຊົນໄປຂາຍ. ບັນດາຜູ້ຮັກຊາດຄວນຄຶດ ເພື່ອຮ່ວມກັບປະຊາຊົນເຮັດໃຫ້ມີການປະຕິຮູບການເມືອງດ່ວນ, ຢ່າໄດ້ເມີນເສີຍຕໍ່ຊະຕາກັມຂອງປະເທດຊາດອັນແສນຮັກຂອງລາວເຮົາ.



Aucun commentaire:

Enregistrer un commentaire